黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້ນຳ ສປປ ​ເກົາຫຼີ​ແລະ​ກູ​ບາ​ເນັ້ນໜັກ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ​ສອງ​ຝ່າຍ

2018-11-05 16:38:35 CRI

ຂ່າວສານ​ສູນ​ກາງ​ເກົາຫຼີລາຍ​ງານ​ໃນວັນ​ທີ 5 ພະຈິກ​ນີ້​ວ່າ ທ່ານ​ກິມ​ເຈິ​ງອຸນ ຜູ້ນຳ​ສູງ​ສຸດ​ຂອງ ສປປ ​ເກົາຫຼີ​ໄດ້​ພົບ​ປະ​ກັບ​ທ່ານ​ມິກ​ເກ​ວ ດີ​​ເອສ ຄາ​ເນ​ວ ​ເບີ​ມູ​ເດັສ ປະທານ​ສະພາ​ແຫ່ງ​ລັດ ທັງ​ເປັນປະທານ​ສະພາ​ລັດຖະມົນຕີກູ​ບາ ໃນ​ວັນ​ທີ 4 ພະຈິກ​ນີ້ ​​ໃນໂອກາດ​ເດີນທາງ​ມາຢ້ຽມຢາມ ສປປ ​ເກົາຫຼີ​​ໃນ​ວັນ​ດັ່ງກ່າວ ​ໂດຍ​​ເນັ້ນໜັກວ່າ:​ ການ​​ເພີ່ມ​ທະວີ​ສາຍ​ພົວພັນ​ການ​ຮ່ວມ​ມື​ບົນ​ຈິດ​ໃຈ​ມິດຕະພາບລະຫວ່າງ​ສອງ​ຝ່າຍ ​ແມ່ນຫຼັກໝັ້ນ​ແລະ​ມານະ​ຈິດ​ທີ່​ໝັ້ນ​ແກ່ນ​ບໍ່​ປ່ຽນ​ແປງ​ຂອງ​ສອງ​ພັກ-ສອງ​ລັດ​.

ຂ່າວ​ລາຍ​ງານ​ວ່າ ສອງ​ຝ່າຍ​ໄດ້​ແຈ້ງ​ໃຫ້​ກັນຊາບ​ກ່ຽວ​ກັບ​ໝາກຜົນ​ແລະ​ບົດຮຽນ​ທີ່ສອງ​ພັກ-ສອງ​ລັດຍາດ​ມາ​ໄດ້​ໃນ​ການ​ຕໍ່ສູ້​ເພື່ອ​ສ້າງສາ​ສັງຄົມ​ນິຍົມ​ທີ່​ສອດຄ່ອງ​ກັບ​ສະພາບ​ຕົວ​ຈິງ​ຂອງ​ແຕ່ລະ​ປະ​ເທດ ​ແລະ ຕ່າງ​ກໍ​ສະ​ແດງການ​ສະໜັບສະໜູນ​ເຊິ່ງກັນ​ແລະ​ກັນ ນອກ​ນີ້, ສອງຝ່າຍ​ຍັງ​ໄດ້​ປຶກສາ​ຫາລື​ກັນ​ກ່ຽວ​ກັບ​ການ​ຮ່ວມ​ມື​​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດແລະ​ການແລກປ່ຽນບົດຮຽນ​ໃນ​ການ​ພັດທະນາ​ເສດຖະກິດ, ວັດທະນະທຳ, ສາທາລະນະ​ສຸກ, ວິທະຍາ​ເຕັກນິກ ​ແລະ​ຂົງ​ເຂດອື່ນໆ.

ສອງ​ຝ່າຍ​ເຫັນ​ວ່າ ອີງ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຍຸກ​ສະ​ໄໝ, ການ​​ເປີດ​ກວ້າງ​ແລະເພີ່ມທະວີ​ສາຍ​ພົວພັນ​ການ​ຮ່ວມ​ມື​ບົນ​ຈິດ​ໃຈ​ມິດຕະພາບ​ທາງ​ດ້ານ​ຍຸດ​ທະ​ສາດ​ແລະ​ຖານ​ມິດ​ສະຫາຍ​ລະຫວ່າງ​ສອງ​ພັກ-ສອງ​ລັດ ​ແມ່ນຫຼັກໝັ້ນ​ແລະ​ມານະ​ຈິດ​ທີ່​ໝັ້ນ​ແກ່ນ​ບໍ່​ປ່ຽນ​ແປງ​ຂອງ​ສອງ​ພັກ-ສອງ​ລັດ.

ຄຳ​ເຫັນ

0