吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ທີ່​ປຶກສາທູ​ດມາ​ເລ​ເຊຍ​ກ່າວ​ວ່າ: ງານ​ວາງສະ​ແດງ​ສິນຄ້າ​ນຳ​ເຂົ້າ​ສາກົນ​ຈີນ​ຄື​ການຕັດສິນ​ໃຈ​ຂອງ​ຈີນ​ໃນ​ການ​ເປີດ​ຕະຫຼາດ​ສູ່​ພາຍ​ນອກ​​ຕື່ມ​ອີກ

2018-11-05 16:20:15 cri

ທ່ານນາງຣາຊີດາ ຣາຊັກ ທີ່​ປຶກສາ​ທູດການ​ຄ້າ​ຊັ້ນ​ອັກຄະ​ລັດຖະທູດ​ມາ​ເລ​​ເຊຍ​ປະຈຳ​ຈີນກ່າວ​ວ່າ: ການຈັດງານ​ວາງສະ​ແດງ​ສິນຄ້າ​ນຳ​ເຂົ້າ​ສາກົນ​ຈີນ​​ແມ່ນ​ການຕັດສິນ​ໃຈຂອງ​ຈີນ​​ໃນ​ການ​ເປີດ​ຕະຫຼາດ​ສູ່​ພາຍ​ນອກ​​​ຕື່ມ​ອີກ​ ທັງເດັດດ່ຽວ​ສະໜັບສະໜູນ​ເສດຖະກິດ​ໂລກ​າພິ​ວັດ ​ແລະ​ການ​ຄ້າ​​ເສລີ.

ທ່ານນາ​ງຣາຊີ​ດາ ຣາຊັກ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ CRI ​ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ: ທ່ານ​ດາ​ເຣວ ​ເລ​ກີ​ງ ລັດຖະມົນຕີ​ກະຊວງ​ການ​ຄ້າ​ສາກົນ ​ແລະ​ອຸດສາຫະກຳ​ມາ​ເລ​ເຊຍ​ຈະ​ນຳພາ​ວິ​ສາ​ຫະກິດ​ມາ​ເລ​ເຊຍ 80 ​ແຫ່ງ​ເຂົ້າຮ່ວມ​ງານ​ວາງສະ​ແດງ​ສິນຄ້າ​ນຳ​ເຂົ້າ​ສາກົນ​ຈີນ​ຄັ້ງ​ທຳອິດ​ນີ້ ​ເພື່ອ​ສະ​ແດງ​ຜະລິດ​ຕະພັນ​ທີ່​ມີ​ມູນ​ຄ່າ​ເພີ່ມ​ສູງ​ປະ​ເພດ​ຕ່າງໆ​ເຊິ່ງລວມທັງຜະລິດ​ຕະພັນທາງ​ດ້ານ​ວິ​ທະ​ຍາ​ສາດ​ເຕັກນິກ ​ແລະ​ຜະລິດ​ຕະພັນ​ການ​ບໍລິການ.

ທ່ານ​ນາງກ່າວ​ຕື່ມ​ວ່າ: ນັບ​ແຕ່​ປີ 2009 ​ເປັນ​ຕົ້ນ​ມາ, ຈີນ​ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ​ມາ​ເລ​ເຊຍ, ມາ​ເລ​ເຊຍ​ຫວັງ​ວ່າ​ຈະ​ຖື​ເອົາໂອກາດ​​ເຂົ້າຮ່ວມ​ງານ​ວາງສະ​ແດງ​ຄັ້ງ​ນີ້​ເປີດ​ກວ້າງ​ການ​ສົ່ງ​ອອກ​ສິນຄ້າສູ່​ຈີນ​ຕື່ມ​ອີກ.

ຄຳ​ເຫັນ

0