ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ຕອນຄ່ຳວັນທີ 4 ພະຈິກນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນແລະທ່ານນາງເຜີງລີ້ຢວນ ພັນລະຍາຂອງທ່ານສີຈິ້ນຜິງໄດ້ຈັດງານລ້ຽງຢູ່ນະຄອນຊຽງໄຮ, ເພື່ອຕ້ອນຮັບແຂກທີ່ມີກຽດ ຂອງປະເທດຕ່າງໆທີ່ມາເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທຳອິດ.
ທ່ານສີຈິ້ນຜິງຕາງໜ້າລັດຖະບານແລະປະຊາຊົນຈີນຕ້ອນຮັບຜູ້ນຳແລະແຂກທີ່ມີກຽດຂອງປະເທດຕ່າງໆດ້ວຍຄວາມອົບອຸ່ນ. ທ່ານສີຈິ້ນຜິງ ກ່າວວ່າ, ຊຽງໄຮແມ່ນສູນເສດຖະກິດໃຫຍ່ທີ່ສຸດແລະແຖວໜ້າດ້ານການປະຕິຮູບເປີດປະຕູສູ່ພາຍນອກຂອງຈີນ, ທັງເປັນສັກຂີພິຍານຂອງຂະບວນການທາງປະຫວັດສາດແຫ່ງການເປີດປະຕູສູ່ພາຍນອກແລະການຮ່ວມມືຂອງຈີນໃນຍຸກໃໝ່, ບຽບເໝືອນບົດຄວາມທີ່ມີຊີວິດຊີວາຂອງການປະຕູຮູບເປີດປະຕູສູ່ພາຍນອກຕະຫຼອດໄລຍະ 40 ປີຂອງຈີນ. ງານວາງສະແດງສິນຄ້ານຳເຂົ້າສາກົນຈີນແມ່ນຂອງຈີນ, ທັງເປັນຂອງໂລກ. ນີ້ບໍ່ແມ່ນງານວາງສະແດງທຳມະດາເທົ່ານັ້ນ, ແຕ່ຫາກແມ່ນນະໂຍບາຍສຳຄັນທີ່ຈີນຈະຊຸກຍູ້ການເປີດປະຕູສູ່ພາຍນອກຂຶ້ນສູ່ລະດັບສູງຮອບໃໝ່, ແມ່ນມາດຕະການສຳຄັນທີ່ຈີນເປີດຕະຫຼາດຕໍ່ທົ່ວໂລກເປັນເຈົ້າການ. ເຊື່ອວ່າງານວາງສະແດງສິນຄ້ານຳເຂົ້າສາກົນຈີນຈະເພີ່ມຄວາມມີສະເໜ່ໃໝ່ໃຫ້ແກ່ນະຄອນຊຽງໄຮ.
ໃນ 6 ວັນຕໍ່ໜ້າ, 172 ປະເທດ, ເຂດແຄວ້ນແລະອົງການຈັດຕັ້ງສາກົນທີ່ມາຈາກ 5 ທະວີບຈະວາງສະແດງຜົນສຳເລັດດ້ານການພັດທະນາແລະພາບພົດຂອງຕົນ, ວິສາຫະກິດ 3600 ກວ່າແຫ່ງຂອງປະເທດຕ່າງໆທີ່ເຂົ້າຮ່ວມງານວາງສະແດງກໍຈະປຶກສາຫາລືກັບນັກທຸລະກິດຈັດຊື້ຂອງຈີນແລະຕ່າງປະເທດຢ່າງເຕັມທີ່, ເພື່ອສະແຫວງຫາການພັດທະນາຮ່ວມກັນ.
ຄຳເຫັນ
0