黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ວາງສະ​ແດງ​ສິນຄ້າ​ນຳ​ເຂົ້າຄັ້ງທຳ​ອິດ​ຈະສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະຊາຊົນ​ບັນດາ​ປະ​ເທດ

2018-11-06 10:02:27 CRI

ທ່ານ​ດີ​ມີ​ຕຣີ ​ເມັດ​ເວ​ເດັບ ນາຍົກລັດຖະມົນຕີຣັດ​ເ​ຊຍ ກ່າວ​ໃນ​ພິທີ​ເປີດ​ງານ​ວາງ​ສະ​ແດງ​ສິນຄ້າ​ນຳ​ເຂົ້າສາກົນ​ຈີນ​ຄັ້ງທຳ​ອິດ​ໃນ​ວັນ​ທີ 5 ພະຈິກ​ນີ້​ວ່າ: ງານ​ວາງສະ​ແດງ​ສິນຄ້າ​ນຳ​ເຂົ້າຄັ້ງທຳ​ອິດ​ຈະ​​ເປັນ​ການທຸ່ມ​ເທ​ພະລັງ​ຊຸກ​ດັນ​ທີ່​ແຂງ​ແຮງ​​ເຂົ້າ​ໃນການຊຸກຍູ້ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ລະຫວ່າງ​ບັນດາ​ປະ​ເທດ ​ແລະ ​​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະຊາຊົນ​ປະ​ເທດ​ຕ່າງໆ.

ທ່ານ​ເມັດ​ເວ​ເດັບ ​ໄດ້​ກ່າວ​ປາ​ໄສ​ວ່າ: ຈີນ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ສຳຄັນ​ທີ່​ສຸດ​ຂອງຣັດ​ເຊຍ, ຂະນະທີ່​ງານ​ວາງສະ​ແດງ​ສິນຄ້າ​ນຳ​ເຂົ້າກໍ​ໄດ້​ສ້າງ​ໂອກາດ​ທີ່​ດີ​ໃຫ້​ແກ່ຣັດ​ເຊຍ​ໃນ​ການສະ​ແດງ​ທ່າ​ແຮງການ​ສົ່ງ​ອອກ​ຂອງ​ຕົນ. ​ໃນ​ບໍ່​ເທົ່າ​ໃດ​ປີ​ຕໍ່ໜ້າ​ນີ້, ຣັດ​ເຊຍ​ມີ​ແຜນ​ຈະ​ເພີ່ມ​ມູນ​ຄ່າ​ການ​ສົ່ງ​ອອກ​ທີ່​ບໍ່​ແມ່ນ​ວັດຖຸ​ດິບ​ແລະ​ພະລັງງານ​ໃຫ້​ບັນລຸ​ເຖິງ 250 ຕື້​ໂດ​ລາ​ສະຫະລັດ.

ທ່ານ​ເມັດ​ເວ​ເດັບ ກ່າວ​ຕື່ມ​ວ່າ: ການ​ພັດທະນາ​ເສດຖະກິດ​ໂລກຕ້ອງການ​ຈຸດ​ເຕີບ​ໂຕ​ໃໝ່, ຂະນະ​ທີ່ຣັດ​ເຊຍ​ແລະ​ຈີນ​ຕ່າງ​ກໍ​ເຊື່ອ​ໝັ້ນວ່າ, ການ​ແຂ່ງຂັນ​ຢ່າງ​ເສລີ, ການ​ຈໍລະ​ຈອນ​ສິນຄ້າ​ແລະ​ການ​ບໍລິການ​ຢ່າງ​ເສລີ​ຄວນ​ກາຍ​ເປັນ​ພື້ນຖານ​ການ​ຄ້າ​ທົ່ວ​ໂລກ. ຣັດ​ເຊຍ​ສຸມ​ໃສ່​ການ​ຮ່ວມ​ມື​ກັບ​ຈີນ​ເພື່ອສ້າງສາ​ຍພົວພັນ​ຄູ່​ຮ່ວມ​ແລະ​ການ​ພົວພັນ​ທາງການ​ຄ້າທີ່​ຖາວອນ ທີ່​ມີ​ຜົນ​ດີ​ຕໍ່​ບັນດາ​ປະ​ເທດ​ໃນ​ໂລກ. ຕົນ​ເຊື່ອ​ວ່າ, ງານ​ວາງສະ​ແດງ​ສິນຄ້າ​ນຳ​ເຂົ້າຄັ້ງທຳ​ອິດ​ຈະ​ເປັນ​ການ​ທຸ່ມ​ເທ​ພະລັງ​ຊຸກ​ດັນ​ທີ່​ແຂງ​ແຮງ​​ເຂົ້າ​ໃນ​ການຊຸກຍູ້ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ລະຫວ່າງ​ບັນດາ​ປະ​ເທດ ​ແລະ ​ເສີມ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະຊາຊົນ​ປະ​ເທດ​ຕ່າງໆ.

ຄຳ​ເຫັນ

0