吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຫວັງ​ວ່າ​ອົງການ​​ເກືອດຫ້າມ​ອາວຸດ​ເຄມີ​ສາມາດ​ໄດ້ຜົນ​ສະຫຼຸບຂອງ “​ເຫດການ​ໃຊ້​ອາວຸດ​ເຄມີ” ​ຊີຣີ​ໂດຍ​ໄວ

2018-11-06 17:14:29 CRI

ຕໍ່ “​ເຫດການ​​ໃຊ້ອາວຸດ​​ເຄມີ" 5​ ​ເທື່ອ​ທີ່​ເກີດ​ຂຶ້ນ​ຢູ່​ຊີຣີທີ່​ກຳລັງ​ສືບສວນໂດຍອົງການ​ເກືອດ​ຫ້າມ​ອາວຸດ​ເຄມີ, ທ່ານ​ໝາ​ຈ່າວ​ຊີ້ ຜູ້ຕາງໜ້າ​ຖາວອນ​ຂອງຈີນ​ປະຈຳ​ອົງການ​ສະຫະ​ປະຊາ​ຊາດ​ກ່າວ​ໃນ​ວັນ​ທີ 5 ພະຈິກ​ນີ້​ວ່າ: ຫວັງ​ວ່າ​ອົງການ​ເກືອດ​ຫ້າມ​ອາວຸດ​ເຄມີຈະ​ໄດ້ຜົນ​ສະຫຼຸບ​ໂດຍ​ໄວ ​ແລະ​ຫວັງ​ວ່າໜ່ວຍ​ງານ​ສືບສວນ​ດຳ​ເນີນ​ວຽກ​ງານ​ຕາມ​ການ​ມອບ​ໝາຍ.

ວັນ​ທີ 7 ​ເມສາປີ​ນີ້, ຢູ່​ເມືອງດູ​ມາ​​ນະຄອນຫຼວງ​ດາ​ມັສປະ​ເທດ​ຊີຣີ​ໄດ້​ເກີດ​ເຫດການ “​ໂຈມ​ຕີ​ດ້ວຍອາວຸດ​ເຄມີ”. ມີ​ຂ່າວສານ​ລາຍ​ງານ​ວ່າ: ​ເຫດການ​ດັ່ງກ່າວ​ໄດ້​ນຳ​ໃຊ້​ອາຍ​ແກ້​ສກຼໍຣິດ. ລັດຖະບານ​ຊີ​ຣີ​ໄດ້​ປະຕິ​ເສດ​ຕໍ່ຂໍ້ກ່າວຫາວ່າ​ນຳ​ໃຊ້​ອາວຸດ​ເຄມີ ​ແລະ​ກ່າວ​ວ່າ: ຂ່າວສານ​ທີ່​ກ່ຽວຂ້ອງ​​ເປັນ​ຂ່າວ​​ປອມ​ທີ່​ຂຽນ​ໂດຍ​ສື່​ມວນ​ຊົນ​ຂອງກຸ່ມປະກອບ​ອາວຸດ​ຝ່າຍຕໍ່ຕ້ານລັດຖະບານ.

ຄຳ​ເຫັນ

0