黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄຳ​ປາ​ໄສ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ​ເປັນການ​ສ້າງ​ຄວາມ​ໝັ້ນ​ໃຈຢ່າງ​ເຕັມ​ເມັດ​ເຕັມ​ໜ່ວຍໃຫ້​ໂລກ

2018-11-06 11:13:15 CRI

ຄຳ​ປາ​ໄສ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ທີ່​ກ່າວ​ໃນ​ພິທີ​ເປີດ​ງານ​ວາງສະ​ແດງ​ສິນຄ້າ​ນຳ​ເຂົ້າສາກົນຈີນ​ຄັ້ງທຳ​ອິດ​ໃນ​ວັນ​ທີ 5 ພະຈິກ​ນີ້ ​ໄດ້ມີ​ການ​ຕອບ​ຮັບ​ຢ່າງ​ກວ້າງຂວາງຄຶກຄັກ​ຈາກ​ຜູ້​ຮ່ວມ​ປະຊຸມ ​ໂດຍ​ທ່ານ​ເຮ​ນມີ ຢາ​ຮາຍ ຜູ້ອຳນວຍການ​ໃຫຍ່​ໂທລະພາບ​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ​ທີ່​ເຂົ້າຮ່ວມ​ພິທີ​ເປີດ​ຕາມ​ຄຳ​ເຊີນ ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວຫຼັງພິທີ​ວ່າ: ​ໃນ​ຄຳປາ​ໄສ​ຂອງ​ທ່ານ​ປະທານ​ສີ​ຈິ້ນ​ຜິ​ງທີ່​ວ່າ “ທະ​ເລ​ຈະ​ຄົງ​ຕົວ​ຖາວອນ, ຈີນ​ກໍ​ຈະ​ຄົງ​ຕົວ​ຖາວອນ​ເຊັ່ນ​ກັນ” ເປັນ​ການສ້າງ​ຄວາມ​ໝັ້ນ​ໃຈ​ຢ່າງ​ເຕັມ​ເມັດ​ເຕັມ​ໜ່ວຍໃຫ້​ໂລກ.

ທ່ານ​ຢາ​ຮາ​ຍ ກ່າວ​ວ່າ: ທ່ານ​ປະທານ​ສີ​ຈິ້ນ​ຜິ​ງ ​ໄດ້​ກ່າວ​ປາ​ໄສ​ໂດຍ​ເນັ້ນໜັກຫຼາຍ​ເທື່ອ​ວ່າ ການ​ປະຕິ​ຮູບ​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກ​ຂອງ​ຈີນ​ຈະບໍ່​ຢຸດ​ຊະ​ງັກຈັກ​ເທື່ອ ​ເຊິ່ງ​ເປັນ​ການ​ສົ່ງ​ສັນຍານ​ຕໍ່​ໂລກ​ພາຍ​ນອກ​ຢ່າງ​ຈະ​ແຈ້ງວ່າ: ຈີນ​ຈະ​ໄດ້​ຮັບໝາກຜົນ​ອັນ​ໃຫຍ່ຫຼວງກວ່າ​ເກົ່າ​ບົນ​ພື້ນຖານການ​ເປີດ​ປະຕູ​ສູ່​ພາຍ​ນອກ​ໃນລະດັບ​ສູງ​ກວ່າ​ເກົ່າ.

ທ່ານ​ຢາ​ຮາ​ຍ ກ່າວ​ຕື່ມ​ວ່າ: ຈີນ​ຍາ​ດ​ໄດ້​ຜົນສຳ​ເລັດ​ທີ່​ປະຈັກ​ຕາ​ຕໍ່​ໂລກ​ຕະຫຼອດ​ໄລຍະ 40 ປີຜ່ານມາ ​ໄດ້ສະ​ແດງ​ໃຫ້​ເຫັນ​ຢ່າງ​ເຕັມ​ສ່ວນເຖິງຄວາມ​ຖືກຕ້ອງ​ຂອງ​ນະ​ໂຍບາຍ​ການ​ປະຕິ​ຮູບ​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກ. ຂະນະ​ທີ່​ການຈັດ​ງານ​ວາງສະ​ແດງ​ສິນຄ້າ​ນຳ​ເຂົ້າສາກົນ​ຄັ້ງທຳ​ອິດ ກໍ​ເປັນ​ການ​ຢັ້ງຢືນ​ຢ່າງ​ແຂງ​ແຮງ​ອີກ​ເທື່ອ​ໜຶ່ງ​ວ່າຈີນ​ສືບ​ຕໍ່​ປະຕິ​ຮູບ​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກ ​ແລະ​​ເປີດ​ປະຕູປະ​ເທດ​ໃຫ້​ກວ້າງ​ອອກ​ຕື່ມ​ອີກ.

ຄຳ​ເຫັນ

0