尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ ສີ​ຈິ້ນ​ຜິງ ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບຂອງ​ນາ​ຍົກ​ຣັດ​ເຊຍ

2018-11-06 10:04:49 cri

ວັນ​ທີ 5 ພະ​ຈິກ​ນີ້, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບຂອງ​ທ່ານ ເດີ​ມິ​ຕີ​ຣ ເມດ​ເວ​ເດັ​ຟ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຣັດ​ເຊຍ​ຢູ່​ນະ​ຄອນ​ຊຽງ​ໄຮ.
 

ທ່ານ ສີ​ຈິ້ນ​ຜິງ ກ່າວ​ວ່າ: ປັດ​ຈຸ​ບັນ, ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ຣັດ​ເຊຍ​ຕ່າງ​ກໍ​ຢູ່​ໃນ​ໄລ​ຍະສຳ​ຄັນແຫ່ງ​ການ​ພັດ​ທະ​ນາ​ປະ​ເທດ​ໃຫ້​ຈະ​ເລີນ​ຮຸ່​ງ​ເຮືອງ,ໂດຍ​ຜະ​ເຊີນ​ກັບ​ສະ​ພາບ​ແວດ​ລ້ອມ​ສາ​ກົນ​ທີ່​ສັບ​ສົນທີ່​ສຸດໃນ​ປັດ​ຈຸ​ບັນ,ການ​ຮັກ​ສາ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ຣັດ​ເຊຍໃຫ້​ຢູ່​ໃນ​ລະ​ດັບ​ສູງ​ແລະປັບ​ປຸງ​ການ​ປະ​ສານ​ງານ​​ທາງ​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ໝັ້ນ​ຄົງ​ມີ​ຄວາມ​ສຳ​ຄັນ​ທີ່​ພົ້ນ​ເດັ່ນ​ກວ່າ​ເກົ່າ. ທ່ານ ສີ​ຈິ້ນ​ຜິງ ກ່າວ​ເນັ້ນ​ວ່າ: ຈີນ​ແລະ​ຣັດ​ເຊຍ​ເດັດ​ດ່ຽວ​ເດີນ​ຕາມ​ເສັ້ນ​ທາງ​​ພັດ​ທະ​ນາ​ໂດຍສັນ​ຕິ,ສຸມ​ໃສ່​ປົກ​ປັກ​ຮັກ​ສາຄວາມ​ເປັນ​ທຳ​ແລະ​ຍຸດ​ຕິ​ທຳໃນສາ​ກົນ​ນັ້ນ​ແມ່ນ​ພັນ​ທະ​ຂອງ​ປະ​ເທດ​ໃຫຍ່​ທີ່​ມີ​ຄວາມ​ມຸ້ງ​ໝັ້ນ​ແລະຄວາມ​ຮັບ​ຜິດ​ຊອບ. ພາຍ​ໃຕ້​ສະ​ຖາ​ນະ​ການ​ໃໝ່,ຈີນ​ຍິນ​ດີ​ຮ່ວມ​ກັບ​ຣັດ​ເຊຍ​ຮັກ​ສາ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ຢ່າງ​ໃກ້​ຊິດ,ລົງ​ເລິກ​ການ​ປະ​ສານ​ງານ​ທາງ​​ຍຸດ​ທະ​ສາດລະ​ຫວ່າງ​ກັນຢ່າງ​ບໍ່​ຢຸດ​ຢັ້ງ.
 

ທ່ານ ເດີ​ມິ​ຕ​ຣີເມດ​ເວ​ເດັ​ຟ ກ່າວ​ວ່າ: ຂ້າ​ພະ​ເຈົ້າ​ຮູ້​ສຶກ​ດີ​ໃຈ​ຫຼາຍ​ທີ່​ໄດ້​ມາ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດ​ຢູ່​ຈີນ,ໃນ​ຕໍ່​ໜ້າ​ຣັດ​ເຊຍ​ຈະ​ເຂົ້າ​ຮ່ວມ​ງານ​​ດັ່ງ​ກ່າວຢ່າງ​ຕັ້ງ​ໜ້າ​ທຸກ​ປີ. ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ພວມ​ຂະ​ຫຍາຍ​ຕົວ​ຢູ່​ໃນ​ລະ​ດັບ​ສູງ​ແລະ​ຕໍ່​ເນື່ອງທີ່​ບໍ່​ເຄີຍ​ມີ​ມາ​ກ່ອນໃນ​ປະ​ຫວັດ​ສາດ. ​ຣັດ​ເຊຍ​ຍິນ​ດີ​ຮ່ວມ​ກັບ​ຈີນ​ສຸມຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ,ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ທີ່​ສຳ​ຄັນ​ລະ​ຫວ່າງ​ປະ​ມຸກ​ລັດ​ຂອງ​ສອງ​ປະ​ເທດ​ໃຫ້​ດີ,ເປີດກວ້າງ​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ໃນ​ຂົງ​ເຂດ​ຕ່າງໆ,ຮັດ​ແໜ້ນ​ການ​ປະ​ສານ​ງານ​ແລະ​ຮ່ວມ​ມື​ໃນ​ດ້ານ​ວຽກ​ງານ​ສາ​ກົນ,ປົກ​ປັກ​ຮັກ​​ສາ​ລະ​ບຽບ​ການ​ສາ​ກົນ,ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ໂລກ.

ຄຳ​ເຫັນ

0