吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ດ່ານ​ຊາຍ​ແດນ​ຕຸ່ງສິ່ງ​ມີ​ປະຊາຊົນ​ເຂົ້າ​ອອກ​ຫຼ່າ​ຍກວ່າ 10 ລ້ານ​ເທື່ອ​ຄົນ

2018-11-07 16:48:57 cri

ຮອດ​ວັນ​ທີ 6 ພະຈິກ​ນີ້, ສະຖານີກວດກາ​ດ່ານ​ຊາຍ​ແດນ​ຕຸ່ງສິ່ງ​ເຊິ່ງ​ເປັນ​ດ່ານ​ຊາຍ​ແດນ​ຈີນ-ຫວຽດນາມ, ກອງປ້ອງ​ກັນຊາ​ຍ​ແດນ​ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈວ້າງກວາງຊີ​ໄດ້​ກວດກາ​ຜູ້​ເຂົ້າ​ອອກ​ເມືອງຫຼາຍ​ກວ່າ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2018, ສ້າງ​ສະຖິຕິ​ໃໝ່, ​ເພີ່ມ​ຂຶ້ນ 23,32% ທຽບ​​ໃສ່​​ໄລຍະ​ດຽວ​ກັນ​ຂອງປີ 2017.

ຊຸມ​ປີ​ທີ່​ຜ່ານ​ມາ, ​ເຂດ​ທົດ​ລອງ​ການທ່ອງທ່ຽວ​ຊາຍ​​ແດນ​ຟັງ​ເຊີງ​ກາງ ​ແລະ​ເຂດ​ທົດ​ລອງ​ການ​ພັດ​ທະນາ​ເປີດ​ປະຕູ​ສູ່​ພາຍ​ນອກ​ແຫ່ງ​ຊາດ​ຕຸ່ງສິ່ງ​ໄດ້​ຖືກ​ສ້າງ​ຂຶ້ນ, ດ່ານ​ຊາຍ​ແດນ​ຕຸ່ງສິ່ງ​ໄດ້ມີ​ທ່າ​ແຮງ​ດ້ານ​ພູມີພາກ​ນັບ​ມື້​ນັບ​ພົ້ນ​ເດັ່ນ, ປະລິມານ​ນັກ​ທ່ອງ​ທ່ຽວ​ເຂົ້າ​ອອກ​ເມືອງກໍ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ ​ແລະ​​ຕໍ່​ເນື່ອງ.

ທ່ານ​ຫວູ ປະຊາຊົນ​ທ້ອງ​ຖິ່ນກ່າວ​ວ່າ: ​​ແຕ່​ກ່ອນ​ດ່ານ​ຊາຍ​ແດນ​ນີ້​ມີ​ເນື້ອ​ທີ່​ຄັບແຄບ, ມີ​ຊ່ອງ​ທາງ​ບໍລິການດ້ວຍ​ຕົນ​ເອງ​ບໍ່​ຫຼາຍ, ສະ​ນັ້ນ​ຕ້ອງລໍຖ້າ​ເຂົ້າ​ແຖວ​ເພື່ອ​ເຂົ້າ​ອອກ​ເມືອງ. ໄວ​ທີ່​ສຸດ​ກໍ​ຕ້ອງ​ໃຊ້​ເວລາ 10 ນາທີ, ​ປັດຈຸບັນ​ນີ້​ເຂົາ​ເຈົ້າ​​ຮູດ​ບັດປະຊາຊົນ​ຊາຍ​ແດນ​ໃນ​ຊ່ອງ​ບໍລິການ​ດ້ວຍ​ຕົນເອງ​ກໍຈະ​​ໃຊ້​ເວລາ​ພຽງ​ແຕ່ 10 ວິນາທີ​ກໍ​​ໄດ້ອອກ​ເມືອງ​ແລ້ວ, ສະດວກສະບາຍ​ແທ້ໆ.

ຄຳ​ເຫັນ

0