吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມາ​ເລ​ເຊຍ​ເຫັນ​ວ່າ: ງານ​ວາງສະ​ແດງ​ສິນຄ້າ​ນຳ​ເຂົ້າ​ສາກົນ​ຈີນ​ເປັນ​ການ​ເປີດ​ກວ້າງ​ການ​ເປີດ​ປະຕູ​ສູ່​ພາຍ​ນອກຂອງ​ຈີນຕື່ມ​ອີກ

2018-11-07 16:45:53 cri

ວັນ​ທີ 6 ພະຈິກ​ນີ້, ທ່ານ​​ສິມ​ເຈ​ຊີ​ນ ຮອງ​ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ​ອຸດສາຫະກຳທີ່​ຖືກ​ະສິກຳ​ເປັນ​ພື້ນຖານ​ມາ​ເລ​ເຊຍ​ໄດ້​ກ່າວ​ຢູ່ກຳ​​ແພງ​ນະຄອນ​ຊຽງ​ໄຮວ່າ: ການ​ຈັດ​ຕັ້ງ​ງານ​ວາງສະ​ແດງ​ສິນຄ້າ​ນຳ​ເຂົ້າສາກົນ​ຈີນ​ຄັ້ງ​ທຳ​ອິດ​ນີ້​ໄດ້​ສະ​ແດ​ງ​ໃຫ້​ເຫັນ​ວ່າ ຈີນ​ຈະ​​ເປີດ​ກວ້າງ​ການເປີດ​ປະຕູ​ສູ່ພາຍ​ນອກ​​ຕື່ມ​ອີກ, ການ​ຮ່ວມ​ມື​ດ້ານ​ການຄ້າ​ລະຫວ່າງ​ອາ​ຊຽນ ​ແລະ​ຈີນ​ມີ​ຄວາມ​ສາມາດປົ່ມຊ້ອນອັນ​ໃຫຍ່​ຫຼວງ.

ທ່ານ​ສິມ​ເຈ​ຊີ​ນ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກຂ່າວ CRI ວ່າ: ​ເມື່ອ​ຈີນ​ເປີດ​ກວ້າງ​ການ​ເປີດ​ປະຕູ​ສູ່​ພາຍ​ນອກ, ຂະນະ​ດຽວ​ກັນ​ອາ​ຊຽນກໍ​ເລັ່ງລັດ​ຊຸກຍູ້​ການ​ເຊື່ອມ​ໂຍງ​ເຂົ້າ​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ, ກາ​ນຮ່ວມ​ມື​ດ້ານ​ການ​ຄ້າ​ລະຫວ່າງ​ອາ​ຊຽນ ​ແລະ​ຈີນ​ມີ​ຄວາມ​ສາມາດປົ່ມຊ້ອນ​ອັນ​ໃຫຍ່​ຫຼວງ. ລັດຖະບານ​ມາ​ເລ​ເຊຍ​ຍິນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສອງ​ຝ່າຍ​ກັບ​ຈີນ, ​ແລກປ່ຽນ​ການ​ຢ້ຽມຢາມ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ ​ແລະ​​ເຮັດ​ໃຫ້​ສາຍ​ພົວພັນ​ເສດ​ຖະກິດ-ການ​ຄ້າ​ແໜ້ນ​ແຟ້ນຍິ່ງໆ​ຂຶ້ນ, ຊຸກຍູ້​ການ​​​ໄປມາຫາສູ່​ກັນລະຫວ່າງ​ປະຊາຊົນ​ສອງ​ຊາດ ​ໂດຍ​ສະ​ເພາະ​ແມ່ນ​ຊາວ​ໜຸ່ມ.

 

ຄຳ​ເຫັນ

0