黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດຖະບານ​ໄທອ​ະນຸມັດ​ມາດ​ຕະການ​ຍົກ​ເວັ້ນຄ່າ​ວີ​ຊາ​ກັບ​ດ່ານ​ຊົ່ວຄາວ

2018-11-07 16:13:30 CRI

ວັນ​ທີ 6 ພະຈິກ​ນີ້, ລັດຖະບານ​ໄທ​ໄດ້​ອະນຸມັດມາດ​ຕະການ​ຍົກ​ເວັ້ນຄ່າ​ວີ​ຊາ​ກັບ​ດ່ານ​ຕໍ່​ນັກ​ທ່ອງ​ທ່ຽວ​ຈາກ 21 ປະ​ເທດ​ແລະ​ເຂດ​ແຄວ້ນ ລວມທັງ​ຈີນ ​ໂດຍ​​ເລີ່​ມ​ປະຕິບັດ​ແຕ່​ວັນ​ທີ 1 ທັນວາ​ປີ​ນີ້​ຫາ​ທ້າຍ​ເດືອນ​ມັງກອນ​ປີໜ້າ.

ທ່ານ​ພຸດ​ຕິ​ພົງ ປຸນນະ​ກັນ ຮອງຫົວໜ້າ​ຄະນະ​ເລຂາທິການສຳນັກງານ​ນາຍົກລັດຖະມົນຕີ​ໄທ ກ່າວ​ວ່າ: ກອງ​ປະຊຸມ​ລັດຖະບານ​​ໃນ​ວັນ​ດັ່ງກ່າວ ​ໄດ້​ຮັບຮອງ​ເອົາ​ມາດ​ຕະການ​ດັ່ງກ່າວ ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ມາ​ທ່ຽວ​ໄທ​ໃນ​ໄລຍະ​ວັນ​ຂຶ້ນປີ​ໃໝ່​ສາກົນ.

ອີງ​ຕາມ​ມາດ​ຕະການ​ດັ່ງກ່າວ ​​ແຕ່​ເດືອນ​ທັນວາ​ປີ​ນີ້​ຫາ​ເດືອນ​ມັງກອນ​ປີໜ້າ, ນັກ​ທ່ອງ​ທ່ຽວ​ຂອງ​ປະ​ເທດ​ແລະ​ເຂດ​ແຄວ້ນ​ທີ່​ກ່ຽວຂ້ອງ​ໃນ​ເມື່ອ​ຂໍ​ວີ​ຊາ​ກັບ​ດ່ານເຂົ້າ​​ໄທ​ໃນ​ໄລຍະ 15 ວັນນັ້ນຈະ​ຍົກ​ເວັນຄ່າ​ວີ​ຊາ​ໃຫ້​ຜູ້ກ່ຽວ.

ຄຳ​ເຫັນ

0