黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະຊຸມ​ອິນ​ເຕີ​ເນັດ​ໂລກ​ຄັ້ງທີ 5 ຈັດ​ຂຶ້ນຢູ່​ຈີນ

2018-11-07 16:20:13 CRI

ກອງ​ປະຊຸມ​ອິນ​ເຕີ​ເນັດ​ໂລກ​ຄັ້ງທີ 5 ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 7 ພະຈິກ​ນີ້​ຢູ່​ເມືອງ​ອູ່​ເຈີ້ນ ​ແຂວງ​ເຈີ້​ຈ່ຽງ ສປ ຈີນ ​ໂດຍ​ທ່ານ​ຫວງ​ຄຸ່ນໝິງ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ຫົວໜ້າ​ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ​ກອມ​ມູນິດຈີນ ​ເຂົ້າຮ່ວມ ​ແລະ​ອ່ານ​ສານ​ຊົມ​ເ​ຊີ​ຍຂອງ​ທ່ານ​ສີ​ຈິ້ນຜິ​ງ ປະທານ​ປະ​ເທດ​ຈີນ ທັງ​ກ່າວ​ປາ​ໄສ​.

ທ່ານ​ຫວງ​ຄຸ່ນໝິງ ກ່າວ​ວ່າ: ​ໃນ​ໂລກ​ປັດຈຸບັນ, ​ເຕັກນິກ​ຂໍ້​ມູນ​ຂ່າວສານ​ມີ​ການ​ປະດິດ​ສ້າງ​ໃໝ່​ແລະ​ປ່ຽນ​ແປງ​ກ້າວໜ້າ​ຂຶ້ນເລື້ອຍໆ, ​ເສດຖະກິດ​ດີ​ຈີ​ຕອນ​ມີ​ການ​ພັດທະນາ​ຢ່າງ​ຄຶກຄື້ນ ​ເຊິ່ງ​ໄດ້​ເຮັດ​ໃຫ້​ວິຖີ​ຊີວິດ​ແລະ​ການ​ຜະລິດ​ຂອງ​ປະຊາຊົນ​ມີ​ການ​ປ່ຽນ​ແປງຢ່າງ​ໃຫຍ່ຫຼວງ, ​ໄດ້​ຊຸກຍູ້​ມະນຸດ​ເຮົາ​ໃນ​ການ​ສ້າງ​ໂລກ​ດີ​ຈີ​ຕອນ. ​ໂດຍ​ຫັນ​ໜ້າ​ສູ່​ອະນາຄົດ, ຄວນ​ຖື​ເອົາ​ຄວາມ ກ້າວໜ້າຮ່ວມ​ກັນ​​ເປັນ​ພະລັງ​ຊຸກ​ດັນ, ຖື​ເອົາ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ເປັນ​ເປົ້າ​ໝາຍ ​ແລະ ຍຶດໝັ້ນການ​ເຄົາລົບ​ເຊິ່ງກັນ​ແລະ​ກັນ, ​ເສີມ​ສ້າງ​ຄວາມ​​ໄວ້​ເນື້ອເຊື່ອ​ໃຈກັນ​ແລະ​ລົບ​ລ້າງ​ຄວາມ​ລະ​ແວງ​ສົງ​ໄສ, ປົກ​ປ້ອງ​ສິດ​ພັດທະນາ, ສິດ​ມີ​ສ່ວນ​ຮ່ວມ​ ແລະ ສິດຄຸ້ມຄອງ​ ຂອງ​ບັນດາ​ປະ​ເທດ​ບົນ​ຄວາມສະ​ເໝີ​ພາບ​ໃນພື້ນ​ທີ່​​ອິນ​ເຕີ​ເນັດ​ຢ່າງ​ແທ້​ຈິງ; ຍຶດໝັ້ນການ​ສົ່ງ​ເສີມ​ການ​ປະດິດ​ສ້າງ​ໃໝ່​ແລະ​ການ​ກະຕຸກ​ຊຸກຍູ້ຫົວຄິດ​ປະດິດ​ສ້າງ, ປັບປຸງ​ສະພາບ​ແວດ​ລ້ອມ​ການ​ພັດທະນາ​ໃຫ້​ດີ​ຂຶ້ນ, ວາງ​ຍຸດ​ທະ​ສາດ​ການ​ປະດິດ​ສ້າງ​ໃໝ່; ຍຶດໝັ້ນການ​ບັ່ນ​ຍາວ​ຕໍ່ສັ້ນ, ຊ່ວຍ​ຊູ​ຍູ້​ໜູນ​ກັນ​ດ້ວຍ​ທ່າ​ແຮງຂອງ​ແຕ່ລະ​ຝ່າຍ, ​ເລັ່ງລັດຊຸກຍູ້ການ​ເຊື່ອມ​ໂຍງ​ຕະຫຼາດ, ການ​ເຊື່ອມ​ໂຍງ​ຂະ​ແໜງ​ການ ​ແລະ ການ​ເຊື່ອມ​ໂຍງ​ດ້ານ​ເຕັກນິກ; ຍຶດໝັ້ນການ​ແບກ​ຫາບ​ໜ້າ​ທີ່​ຮັບຜິດຊອບ​ຮ່ວມ​ກັນ, ຊົມ​ໃຊ້​ໝາກຜົນ​ຮ່ວມ​ກັນ, ຮ່ວມ​ມື​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຈາກ​ຄວາມ​ສ່ຽງ, ລົງ​ເລິກ​ການ​ຮ່ວມ​ມືດ້ານ​ຄວາມ​ປອດ​ໄພ, ດ້ານ​ການພັດທະນາ ​ແລະ ດ້ານ​ການ​ຄຸ້ມ​ຄອງ​ພື້ນ​ທີ່​ອິນ​ເຕີ​ເນັດ, ​ໃຫ້​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ພື້ນ​ທີ່​ອິນ​ເຕີ​ເນັດ​​ເຕັມ​ໄປ​ດ້ວຍ​ຄວາມມີ​ຊີວິດ​ຊີວາ​ຍິ່ງ​ຂຶ້ນ ​ເພື່ອ​ສ້າງ​ຄວາມ​ຜາ​ສຸ​ກ​ໃຫ້​ແກ່​ປະຊາຊົນ​ບັນດາ​ປະ​ເທດ​ໃນ​ໂລກ​ໃຫ້​ໄດ້ຫຼາຍວ່າ​ເກົ່າ.

ຄຳ​ເຫັນ

0