尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດຊ່ວຍ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກຂອງ​ແມ່​ຍິງຢູ່​ເຂດ​ພູ​ດອຍ

2018-11-07 17:46:33 cri

图片默认标题_fororder_1

ວັນ​ທີ 6 ພະ​ຈິກ​ນີ້, ຢູ່ “ໂຮງຈັກ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ” ຂອງ​ຕາ​ແສງ​ຕ້າ​ຊູ້​ເມືອງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຕຸ່ງ​ຊ່ຽງ, ແມ່​ຍິງ​ທີ່​ສາ​ມີ​ເຮັດ​ວຽກ​ຢູ່​ຕ່າງ​ແຂວງ​ພວມ​ຜະ​ລິດ​ເສື້ອ​ສະ​ແດງ. ເມື່ອ​ບໍ່​ດົນມາ​ນີ້, ໂຮງ​ຈັກ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ”​ໄດ້​ຖືກ​ນຳ​ໃຊ້ຢູ່​ຕາ​ແສງ​ຕ້າ​ຊູ້​ເມືອງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຕຸ່ງ​ຊ່ຽງ​ກິ່ງ​ແຂວງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຮຸຍ​ລິນ​ເຊ້ຍ​ແຂວງ​ກ່ານ​ຊູ້, ແມ່​ຍິງ 40 ກວ່າ​ຄົນ​ສາ​ມາດ​ເຮັດ​ວຽກ​ຢູ່​ໃກ້​ໆເຮືອນ​ຕົນ​ເອງໄດ້. ​ນັບແຕ່​ປີ​ນີ້​ເປັນ​ຕົ້ນ​ມາ, ຍ້ອນ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ນະ​ຄອນ​ເຊ້ຍເມີນ​ທີ່​ເປັນ​ຕົວ​ເມືອງ​ປະ​ສານ​ງານ​ຕາ​ເວັນ​ອອກ​ແລະ​ຕາ​ເວັນ​ຕົກ, ​ຄະ​ນະ​ຊາວ​ໜຸ່ມ​ກອມ​ມູ​ນິດ​ກິ່ງ​ແຂວງ​ລິນ​ເຊ້ຍ​ໄດ້​ສ້າງ“ໂຮງ​ຈັກ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ”,ພ້ອມ​ກັນ​ນັ້ນ​ໄດ້​ຈັດ​ຕັ້ງ​ແລະ​ອົບ​ຮົມ​ແມ່​ຍິງ​ທີ່​ບໍ່​ມີ​ວຽກ​ເຮັດ​ງານ​ທຳ​ຢູ່​ໃນ​ຊົນ​ນະ​ບົດ,ສາ​ມາດ​ປະ​ກອບ​ອາ​ຊີບ​ແລະ​ເພີ່ມ​ລາຍ​ຮັບ​ໄດ້​ໂດຍ​ບໍ່​ຕ້ອງ​ອອກໄປ​ຫາ​ວຽກ​ຢູ່ຕ່າງ​ແຂວງ.

ຄຳ​ເຫັນ

0