黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ເນັ້ນໜັກ​​ຄວາມ​ໜັກ​ແໜ້ນ​ຂອງ​ເສດຖະກິດ​ແລະ​ຊຸກຍູ້​ການ​ພັດທະນາ​ຢ່າງ​ມີ​ຄຸນ​ນະພາ​ບສູງ

2018-11-07 16:10:05 CRI

ທ່ານຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ​ ​ແລະ ຜູ້​ຮັບຜິດຊອບ​ສະ​ຖາ​ບັນ​​ເສດຖະກິດການ​ເງິນສາກົນ​ຕົ້ນຕໍ ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ໂຕະມົນ 1+6 ຄັ້ງທີ 3 ​ໃນ​ວັນ​ທີ 6 ພະຈິກ​ນີ້​ຢູ່​ນະຄອນຫຼວງປັກ​ກິ່ງ ​ແລະ ​ໂອກາດ​ນີ້, ທ່ານຫຼີ​ເຄີ້ສຽງ ກ່າວ​​ເນັ້ນວ່າ: ຈີນ​ຍິນ​ດີ​ຮ່ວມ​ກັນ​ກັບ​ບັນດາ​ຝ່າຍ​ສະໜັບສະໜູນ​ລັດທິຫຼາຍຝ່າຍ, ປົກ​ປັກ​ຮັກສາ​ລະບົບ​ການ​ຄ້າ​ເສລີ ​ແລະ ຊຸກຍູ້​​ຂະ​ບວນການໂລກາ​ພິວັດ​ໃຫ້​ພັດທະນາ​ເຂົ້າສູ່​ລວງ​ເລິກ. ຈີນ​ຈະ​ໃຊ້​ມາດ​ຕະການ​ຢ່າງ​ແຂງ​ແຮງ​ແລະ​ມີ​ປະສິດທິ​ຜົນ ​ເພື່ອ​ຮັກສາ​ໃຫ້​ເສດຖະກິດ​ພັດທະນາ​ຢ່າງ​ໜັກ​ແໜ້ນ ທັງ​ຊຸກຍູ້​ໃຫ້​ມີ​ການ​ພັດທະນາ​ຢ່າງ​ມີ​ຄຸນ​ນະພາ​ບສູງ.

ທ່ານຫຼີ​ເຄີ້ສຽງ ກ່າວ​​ວ່າ: ​ໂລກ​ໄດ້​ມາ​​ເຖິງທາງ​​ແຍກ​ຄັ້ງໃໝ່ ​ແລະ ຜະ​ເຊີນ​ກັບ​ທາງ​ເລືອກ​ທີ່​ມີ​ລັກສະນະ​ປະຫວັດສາດ. ຄວນ​ຍຶດໝັ້ນການ​ເປີດ​ປະຕູ​ສູ່​ພາຍ​ນອກ​ແລະຫຼັກການຫຼາຍຝ່າຍ​ຢ່າງ​ບໍ່​ຫວັ່ນ​ໄຫວ​ຄອນ​ແຄນ, ຊຸກຍູ້​ຂະ​ບວນການໂລກາ​ພິວັດໃຫ້​ພັດທະນາ​ເຂົ້າສູ່​ລວງ​ເລິກ. ລັດທິຫຼາຍຝ່າຍ​ແມ່ນ​ເສັ້ນທາງ​ຕ້ອງ​ຜ່ານ​ໃນ​ການ​ກ້າວ​ໄປ​ສູ່​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ບັນລຸ​ການ​ເຕີບ​ໂຕ​ແບບ​ກວມ​ລວມ, ທ່າອ່ຽງ​ໂລກາ​ພິວັດ​ບໍ່​ຄວນ​ຖືກຕ່າວ​ປີ້ນ. ຈີນ​ຍິນ​ດີ​ຮ່ວມ​ກັບ​ບັນດາ​ຝ່າຍ​ສະໜັບສະໜູນ​ລັດທິຫຼາຍຝ່າຍ, ປົກ​ປັກ​ຮັກສາ​ລະບົບ​ການ​ຄ້າ​ເສລີ.

ທ່ານຫຼີ​ເຄີ້ສຽງ ​ໄດ້​ແນະນຳ​ສະພາບການດ້ານ​ເສດຖະກິດ​ຈີນ​ຕໍ່​ຜູ້​ຮ່ວມ​ປະຊຸມ ​ໂດຍ​ຊີ້​​​ໃຫ້​ເຫັນວ່າ: ​ເສດ​ຖະກິດ​ຈີນ​ມີ​ຈັງຫວະ​ພັດທະນາ​ຢ່າງ​ໝັ້ນທ່ຽງ​ໂດຍ​ລວມ ​ເຖິງ​ວ່າ​​ຜະ​ເຊີນ​ກັບ​​ແຮງກົດ​ດັນ​ຈາກ​ປັດ​ໄຈ​ພາຍ​ໃນ​ແລະ​ຕ່າງປະ​ເທດ ​ແລະຈັງຫວະ​ການ​ພັດທະນາ​ຊ້າ​ລົງ​ເລັກ​ໜ້ອຍ​ກໍ​ຕາມ, ​ແຕ່​​ເມື່ອສັງ​ເກດ​ໃນ​ໄລຍະ​ໄກ​ແລ້ວ​​ຈະເຫັນ​ໄດ້​ວ່າ ພື້ນຖານ​ການ​ພັດທະນາ​​ຍັງດີ​ຢູ່, ຈັງຫວະ​ການ​ເຕີ​ບ​ໂຕ​ຂອງ​ເສດຖະກິດ​ສາມາດ​ຮັກສາ​​ໃຫ້ຢູ່​ໃນ​ລະດັບ​ທີ່​ສົມ​ເຫດ​ສົມ​ຜົນ​ຢ່າງ​ຕໍ່​ເນື່ອງ. ຈີນ​ຈະ​ໃຊ້​ມາດ​ຕະການ​ຢ່າງ​ແຂງ​ແຮງ​ແລະ​ມີ​ປະສິດທິ​ຜົນ ​ເພື່ອ​ຮັກສາໃຫ້​ເສດຖະກິດ​ພັດທະນາ​ຢ່າງ​ໜັກ​ແໜ້ນ ທັງ​ຊຸກຍູ້​ໃຫ້​ມີ​ການ​ພັດທະນາ​ຢ່າງ​ມີ​ຄຸນ​ນະພາ​ບສູງ.

ຄຳ​ເຫັນ

0