尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ຣິ​ກາເລີ່ມ​ຈັດ​ການ​ປ່ອນ​ບັດ​ເລືອກ​ຕັ້ງກາງ​ສະ​ໄໝຂອງ​ລັດ​ຖະ​ສະ​ພາ

2018-11-07 11:22:11 cri

ວັນ​ທີ 6 ພະ​ຈິກ​ນີ້​ແມ່ນ​ວັນ​ປ່ອນ​ບັດ​ເລືອກ​ຕັ້ງ​ກາງສະ​ໄໝ​ຂອງ​ອາ​ເມ​ຣິ​ກາ​ໃນ​ປີ 2018. ​ການ​ເລືອກ​ຕັ້ງ​ໃນ​ຄັ້ງ​ນີ້​ຈະ​ເລືອກເອົາ 435 ທີ່​ນັ່ງ​​ຂອງ​ສະ​ພາ​ຕ່ຳ ແລະ 35 ທີ່​ນັ່ງ​ໃໝ່​ໃນ​ຈຳ​ນວນ 100 ທີ່​ນັ່ງຂອງວຸດ​ທິ​ສະ​ພາ​​ອາ​ເມ​ຣິ​ກາ,ກໍ​ຄື​ເຈົ້າ​ຄອງ​ລັດ​ບາງ​ແຫ່ງ,ຜູ້ສຳ​ເລັດ​ລາ​ຊະ​ການດິນ​ແດນ​ຕ່າງ​ປະ​ເທດ,ເຈົ້າ​ຄອງ​ນະ​ຄອນ​ທີ່​ສຳ​ຄັນ​ແລະ​ອື່ນໆ. ໃນ​ນັ້ນ​ອັນ​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ຫຼາຍ​ທີ່​ສຸດ​ແມ່ນ​ການ​ເລືອກ​ຕັ້ງ​ໃໝ່​ຂອງ​ສະ​ພາ​ຕ່ຳ​ແລະ​ວຸດ​ທິ​ສະ​ພາ​ອາ​ເມ​ຣິ​ກາ,ນີ້​ຄືສະ​ໜາມ​ຮົບ​ທີ່​ສຳ​ຄັນ​ຂອງ​ພັກຣີ​ພັບ​ລີ​ກັນແລະ​ພັກ​ປະ​ຊາ​ທິ​ປະ​ໄຕ.
 

ຜົນ​ການ​ລົງ​ປະ​ຊາ​ມະ​ຕິ​ສະ​ແດງ​ໃຫ້​ເຫັນ​ວ່າ: ຜູ້​ມີ​ສິດ​ເລືອກ​ຕັ້ງ​ຂອງ​ສອງ​ພັກ​ກໍ​ຄືທົ່ວ​ປະ​ເທດ​ອາ​ເມ​ຣິ​ກາ​ມີ​ຄວາມ​ສົນ​ໃຈ​ຫຼາຍ​ຕໍ່​ການ​ເລືອກ​ຕັ້ງກາງ​ສະ​ໄໝ​ໃນ​ປີ​ນີ້,ອັດ​ຕາ​ການ​ປ່ອນ​ບັດ​ຄາດ​ວ່າ​ຈະ​ສ້າງ​ສະ​ຖິ​ຕິ​ໃໝ່.

ຄຳ​ເຫັນ

0