吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກຸ່ມ​ບໍລິສັດ​ອາລີ​ບາ​ບາປະກາດ​ວ່າ​ຈະ​ນຳ​ເຂົ້າ​ສິນຄ້າ​ໃນ​ມູນ​ຄ່າ 200 ຕື້​ໂດ​ລາ​ສະຫະລັດ​ໃນ 5 ປີ​ຕໍ່ໜ້າ​

2018-11-07 16:47:02 cri

​ວັນ​ທີ 6 ພະຈິກ​ນີ້, ​ໃນ​ງານ​ວາງສະ​ແດງ​ສິນຄ້າ​ນຳ​ເຂົ້າ​ສາກົນ​ຈີນຄັ້ງ​ທຳ​ອິດ​ຢູ່​ກຳ​ແພງນະຄອນ​ຊຽງ​​ໄຮ, ທ່ານ​ຈ່າງ​ຢົງຜູ້​ບໍລິຫານ ຫຼື CEO ຂອງ​ກຸ່ມ​ບໍລິສັດ​ອາລີບາ​ບາ​ທີ່​ເປັນກຸ່ມການ​ຄ້າ​ເອ​ເລັກ​ໂຕຣນິກຂ້າມ​ຊາດ​ລາຍໃຫຍ່​ທີ່​ສຸດ​ຂອງ​ຈີນ​ໄດ້​ປະກາດ​ວ່າ: ​ໃນ 5 ປີ​ຕໍ່ໜ້າ​ນີ້, ກຸ່ມ​ບໍລິສັດຕົນຈະມີ​ມູນ​ຄ່າການ​ນຳ​​ເຂົ້າ​ເຖິງ 200 ຕື້​ໂດ​ລາ​ສະຫະລັດ. ຂໍ້​ມູນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ປັດຈຸບັນນີ້, ການ​ຄ້າ​ຂາຍຍ່ອຍທາງ​ເອ​ເລັກ​ໂຕຣນິກກວມ​ເຖິງ 40% ​ແລະ​ສິນຄ້າ​ຂົນ​ສົ່ງ​ດ່ວນ​ແບບ​ສາມາດ 40% ຂຶ້ນ​ໄປ​ຂອງ​ໂລກ​ກໍ​ມາ​ຈາກ​ຈີນ. ນະຄອນຫຼວງ​ປັກ​ກິ່ງ, ​ກຳ​ແພງນະຄອນ​ຊຽງ​​ໄຮ, ​ນະຄອນ​ກວາງ​ໂຈ່​ວ ​ແລະ ນະຄອນ​ເຊີ່ນ​ເຈີ້​ນ​ໄດ້​ກາຍ​ເປັນເມືອງ​ສູນ​ກາງການ​ບໍລິ​ໂພ​ກສາກົນ​ໃນ​ການຈັດ​ອັນ​ດັບ 100 ​ເມືອງ. ​ໃນ 15 ປີ​ຕໍ່ໜ້າ, ຈີນ​ຈະ​ນຳ​ເຂົ້າ​ສິນຄ້າ​ທີ່​ມີ​ມູນ​ຄ່າ 30000 ຕື້​ໂດ​ລາ​ສະຫະລັດ ​ແລະ​ການ​ບໍລິການ​ທີ່​ມີ​ມູນ​ຄ່າ 10000 ຕື້​ໂດ​ລາ​ສະຫະລັດ.

 

ຄຳ​ເຫັນ

0