尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ ວາງ​ຢີ້ ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ ບີວ​ເກ​ສ໌ ປະ​ທານ​ອົງ​ການກອງ​ທຶນ​ເກ​ສ໌​ຂອງ​ອາ​ເມ​ຣິ​ກາ

2018-11-07 17:14:00 cri

ຕາມ​ຂ່າວCRI: ວັນ​ທີ 6 ພະ​ຈິກ​ນີ້ ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ, ທ່ານ ວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ ບີວ​ເກ​ສ໌ ປະ​ທານ​ອົງ​ການກອງ​ທຶນ​ເກ​ສ໌​ຂອງ​ອາ​ເມ​ຣິ​ກາ.
 

ທ່ານ ວາງ​ຢີ້ ກ່າວ​ວ່າ: ຈີນ​ແລະ​ອາ​ເມ​ຣິ​ກາ​ໃນ​ຖາ​ນະ​ເປັນ​ສອງ​ປະ​ເທດ​ໃຫຍ່, ຖ້າ​ຢູ່​ຮ່ວມ​ກັນ​ໂດຍ​ສັນ​ຕິ​ຈະ​ສາ​ມາດ​ບັນ​ລຸ​ເປົ້າ​ໝາຍ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ,ຖ້າ​ຂັດ​ແຍ້ງກັນ​ກໍ່ຈະ​ທຳ​ລາຍ​ຜົນ​ປະ​ໂຫຍດ​ຂອງ​ກັນ​ແລະ​ກັນ. ພາຍ​ໃຕ້​ສະ​ຖາ​ນະ​ການ​ໃນ​ປັດ​ຈຸ​ບັນ, ສອງ​ຝ່າຍ​ຄວນ​ຫັນ​ໜ້າ​ເຂົ້າ​ຫາ​ກັນ,ສຸມ​ໃສ່​ສ້າງ​ສະ​ພາບ​ການ​ທີ່ບໍ່​ປະ​ທະ​ກັນ,ບໍ່​ຕໍ່​ຕ້ານ​ກັນ,ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ,ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ ສິ່ງ​ເລົ່າ​ນີ້​ບໍ່​ພຽງ​ແຕ່​ສາ​ມາດ​ບັນ​ລຸ​ຜົນ​ເປັນ​ຈິງ​ໄດ້​ເທົ່າ​ນັ້ນ,ຫາກ​ຍັງ​ມີ​ຜົນ​ດີ​ຕໍ່​ທັງ​ສອງ​ຝ່າຍ​ອີກ​ດ້ວຍ,ທັງ​ຈະ​ນຳ​ເອົາ​ຜົນ​ປະ​ໂຫຍດ​ມາ​ໃຫ້​ແກ່​ປະ​ຊາ​ຄົມ​ໂລກ. ຫວັງ​ວ່າ​ທ່ານ ບີວ​ເກ​ສ໌​ ແລະ ບຸກ​ຄົນ​ທີ່​​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ຂອງ​ອາ​ເມ​ຣິ​ກາ​ຈະ​ສາ​ມາດ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຢ່າງ​ຕັ້ງ​ໜ້າໃນ​ການ​ຊຸກ​ຍູ້​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ຂະ​ຫຍາຍ​ຕົວ​ຢ່າງ​ໝັ້ນ​ທ່ຽງ​ແລະ​ປອດ​ໃສ.
 

ທ່ານ ບີວ​ເກ​ສ໌ ກ່າວ​ວ່າ: ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເຄົາ​ລົບ​ນັບ​ຖືທີ່​ສຸດ​ຕໍ່​ຜົນ​ສຳ​ເລັດ​ທີ່​ຍິ່ງ​ໃຫຍ່​ໃນ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກຂອງ​ຈີນ,ທ່ານ​ບີວ​ເກ​ສ​ໄດ້ຍ້ອງ​ຍໍ​ຊົມ​ເຊີຍ​ຢ່າງ​ສູງ​ຕໍ່​ການ​ປະ​ກອບ​ສ່ວນ​ທີ່​ສຳ​ຄັນ​ຂອງ​ຈີນ​​ໃນ​ວຽກ​ງານຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ,ສາ​ທາ​ລະ​ນະ​ສຸກ​ແລະ​ຂົງ​ເຂດ​ອື່ນໆ​ຂອງ​ໂລກ. ອົງ​ການກອງ​ທຶນ​ບີວ​ເກ​ສ໌​ຍິນ​ດີ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ຂອງຕົນ,ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ: ກະ​ສິ​ກຳ,ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ,ສາ​ທາ​ລະ​ນະ​ສຸກ​ເປັນ​ຕົ້ນ,ຮ່ວມ​ກັນເຂົ້າ​ຮ່ວມການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຢ່າງ​ຕັ້ງ​ໜ້າ,ເປີດກວ້າງ​ການ​ຮ່ວມ​ມື​ສາມ​ຝ່າຍ​ຢູ່​ອາ​ຟ​ຣິ​ກາ. ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ຄວນ​ແມ່ນວຽກ​ງານຕົ້ນ​ຕໍ​ຂອງ​ການ​ພົວ​ພັນ​ອາ​ເມ​ຣິ​ກາ-ຈີນ,ຂ້າ​ພະ​ເຈົ້າ​ຍິນ​ດີ​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ຕັ້ງ​ໜ້າໃນ​ການ​ຊຸກ​ຍູ້ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ,ເພີ່ມ​ທະ​ວີ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ຂອງ​ສອງ​ປະ​ເທດ.

ຄຳ​ເຫັນ

0