黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ແນະ​ນຳ​ສະພາບການພິຈາລະນາ​ສິດທິ​ມະນຸດຂອງ​ແຕ່ລະ​ປະ​ເທດ​ຮອບ​ທີ 3 ຂອງ​ສະພາ​ສິດທິ​ມະນຸດ ສປຊ ທີ່​ດຳ​ເນີນຕໍ່ຈີນ

2018-11-08 16:49:09 CRI

​​ໃນ​ກອງ​ປະຊຸມຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 7 ພະຈິກ​ນີ້, ທ່ານນາງ ​ຮວ້າຊຸ່ນຢິງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໄດ້​ແນະນຳ​ສະພາບການທີ່​ກ່ຽວ​ຂ້ອງ​ໃນ​ການພິຈາລະນາດ້ານ​ສິດທິ​ມະນຸດຂອງແຕ່ລະ​ປະ​ເທດ​ຮອບ​ທີ 3 ຂອງ​ສະພາ​ສິດທິ​ມະນຸດ ອົງການສະຫະ​ປະຊາ​ຊາດ ທີ່​ດຳ​ເນີນຕໍ່ຈີນ.

ທ່ານ​ນາງ​ຮວ້າຊຸ່ນຢິງ ກ່າວ​ວ່າ: ລັດຖະບານ​ຈີນ​ໃຫ້​ຄວາມ​ສຳຄັນ​ສູງ​ຕໍ່​ການ​ພິຈາລະນາ​ເທື່ອ​ນີ້ ​ໂດຍ​ໄດ້​ແຕ່ງ​ຕັ້ງ​ໃຫ້ທ່ານ​ເລີ້​ຢວີ້​ເສິງ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ ​ເປັນ​ຫົວໜ້າ​ແລະ​ນຳພາຄະນະຜູ້​ແທນ​ເຂົ້າຮ່ວມ.

ທ່ານ​ນາງ​ຮວ້າຊຸ່ນຢິງ ​ໄດ້​ແນະນຳ​ໃຫ້​ຮູ້​ວ່າ: ທ່ານ​ເລີ້​ຢວີ້​ເສິງ ​ໄດ້​ປະກອບ​ຄຳ​ເຫັນ​ໂດຍ​ກ່າວ​ວ່າ: ຈີນ​​ໄດ້ດຳ​ເນີນ​ການ​ປະຕິ​ຮູບ​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກ​ຕະຫຼອດ​ໄລຍະ 40 ປີ​ມາ​ນີ້ ວຽກ​ງານ​ດ້ານ​ສິດທິ​ມະນຸດ​ໄດ້​ພັດທະນາ​ກ້າວ​ໜ້າຂຶ້ນ​ເລື້ອຍໆ, ​ໄດ້​ສ້າງ​ລະບົບ​ຮັບປະກັນ​ສິດທິ​ມະນຸດ​ທີ່​ສົມບູນ ​ແລະ ກາຍ​ເປັນ​ປະ​ເທດ​ທີ່​ວຽກ​ງານ​ດ້ານ​ສິດທິ​ມະນຸດມີ​ຄວາມ​ກ້າວໜ້າ​ຢ່າງ​ວ່ອງ​ໄວ, ສາມາດຫຼຸດຜ່ອນ​ຄວາມທຸກ​ຍາກ​ໄດ້​ຢ່າງກວ້າງຂວາງ​ ວ່ອງ​ໄວ​ທີ່​ສຸດ, ​ໄດ້​ປັບປຸງ​ລະບົບ​ລະບຽບ​ການ​ປະຊາຊົນ​​ເປັນ​ເຈົ້າການໃຫ້​ສົມບູນ​ຂຶ້ນ, ​ໄດ້ຍົກ​ລະດັບ​​ແລະ​ເພີ່ມ​ທະວີຄວາມ​ຮັບປະກັນ​ດ້ານ​ຕຸລາການ​ຕໍ່​ສິດທິ​ມະນຸດຢ່າງ​ບໍ່​ຢຸດ​ຢັ້ງ, ຮັບປະກັນ​ດ້ານກົດໝາຍ​ຕໍ່ເສລີພາບ​​ໃນການ​ປາກ​ເວົ້າ​ແລະ​ການ​ເຊື່ອ​ຖື​ສາສະໜາ​ຂອງ​ພົນລະ​ເມືອງ, ຊຸກຍູ້​ແລະ​ປົກ​ປ້ອງ​ສິດທິ​ຂອງ​ກຸ່ມ​ຄົນ​ພິ​ເສດ​ຢ່າງຮອບດ້ານ, ດຳ​ເນີນ​ການ​​ແລກປ່ຽນ​ແລະຮ່ວມ​ມືດ້ານ​ສິດທິ​ມະນຸດ​ກັບ​ສາກົນ​ຢ່າງ​ກວ້າງຂວາງ. ຈີນ​ໄດ້​ໃຊ້​ເວລາຫຼາຍສິບ​ປີ​ເດີນ​ຜ່ານ​ເສັ້ນທາງ​ທີ່​ປະ​ເທດ​ພັດທະນາ​ແລ້ວ​ຕ້ອງ​ເດີນ​ຜ່ານ​ໃຊ້​ເວລາຫຼາຍຮ້ອຍ​ປີ, ​ໃນ​ແຜ່​ນດິນ​ຈີນ​ທີ່ມີ​​ເນື້ອ​ທີ່​ກວ້າງ​ໃຫຍ່​ໄພສານເຖິງ 9.600.000 ກວ່າກິ​ໂລ​ຕາ​ແມັດນັ້ນ, ບໍ່​ມີຄວາມ​ວຸ້ນວາຍ​-ຄວາມ​ຢ້ານ​ກົວຈາກ​ສົງຄາມ, ບໍ່​ມີ​ຄົນຊັດ​ເຊ​ພະ​ເນ​ຈອນ​​ໄຮ້​ທີ່​ຈັ້ງທີ່​​ເພິ່ງ​ຍ້ອນ​ສົງຄາມ, ປະຊາຊົນ​ຈີນ​ກວ່າ 1.300 ລ້ານ​ຄົນ​ໄດ້​ດຳລົງ​ຊີວິດ​ຢ່າງ​ມີ​ຄວາມ​ສະຫງົບ​ສຸກ ​ແລະ ​ເສລີພາບ. ສາມາດ​ເວົ້າ​ໄດ້​ວ່າ ນີ້​ແມ່ນ​ຄວາມ​ກ້າວ​ໜ້າດ້ານ​ສິດທິ​ມະນຸ​ດທີ່​ວ່ອງ​ໄວ​ທີ່​ສຸດ​ໃນ​ປະຫວັດສາດ​ ​ແລະ ກໍ​ແມ່ນ​ການ​ປະກອບສ່ວນ​ອັນ​ສຳຄັນ​ທີ່​ສຸດ​ຂອງ​ຈີນ​ທີ່​ມີ​ຕໍ່ວຽກ​ງານ​ສິດທິ​ມະນຸດ​ຂອງ​ໂລກ.

ຄຳ​ເຫັນ

0