黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາຍົກຈີນ​ແລະຣັດ​ເຊຍພົບ​ປະ​​ຄັ້ງທີ 23

2018-11-08 16:45:00 CRI

ທ່ານຫຼີ​ເຄີ້ສຽງ ນາຍົກລັດຖະມົນຕີຈີນ ​ແລະ ທ່ານ​ດີ​ມີ​ຕຣີ ​ເມັດ​ເວ​ເດັບ ນາຍົກລັດຖະມົນຕີຣັດ​ເຊຍ​ໄດ້​ຮ່ວມ​ກັນ​ເປັນ​ປະທານ​ກອງ​ປະຊຸມ​ພົບ​ປະ​ຄັ້ງທີ 23 ຂອງ​ນາຍົກລັດຖະມົນຕີສອງປະ​ເທດ ​ໃນຕອນ​ເຊົ້າວັນ​ທີ 7 ພະຈິກ​ນີ້ຢູ່​ຫໍ​ສະພາ​ປະຊາຊົນ​ທີ່​ນະຄອນຫຼວງປັກ​ກິ່ງ.

ທ່ານຫຼີ​ເຄີ້ສຽງ ກ່າວ​ວ່າ: ຈີນ​ແລະຣັດ​ເຊຍ​ເປັນ​ປະ​ເທດ​ໃຫຍ່​ທີ່ຢູ່ຕິດ​ກັນ ​ແລະ ຕ່າງ​ກໍສ້າງໂອກາດ​ການພັດທະນາ​ທີ່​ສຳຄັນ​ໃຫ້​ກັນ. ທ່ານ​ປະທານ​ສີ​ຈິ້ນ​ຜິ​ງ ​ແລະ ທ່ານ​ປະທານາທິບໍດີ​ວາ​ລາ​ດີ​ເມຍ ປູ​ຕິນ ​ໄດ້​ພົບ​ປະກັນ​​ປະສົບ​ຜົນສຳ​ເລັດ​ມາຫຼາຍ​ເທື່ອ​ແລ້ວ, ສາຍ​ພົວພັນ​ຄູ່​ຮ່ວມ​ປະສານ​ງານ​ທາງ​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຮັກສາ​​ໃຫ້ຢູ່​ໃນ​ລະດັບ​ສູງ​ມາ​ໂດຍ​ຕະຫຼອດ ​ເຊິ່ງສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຂອງ​ສອງ​ປະ​ເທດ​ກໍ​ຄື​ປະຊາ​ຊົນ​ສອງ​ຊາດ ​ທັງ​ມີ​ຜົນ​ດີ​ຕໍ່​ການ​ທຸ່ມ​ເທ​ພະລັງ​ທີ່​ໝັ້ນທ່ຽງຫຼາຍກວ່າ​ເກົ່າ​​ໃຫ້​ໂລກ ​ແລະ ຊຸກຍູ້​ຂະ​ບວນການ​ຟື້ນ​ຟູ​ເສດຖະກິດ​ໂລກ. ຈີນ​ຍິນ​ດີ​ຮ່ວມ​ກັບຣັດ​ເຊຍ​ລົງ​ເລິກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ການ​ເມືອງ​ແລະ​ທາງ​ຍຸດ​ທະ​ສາດ​ຢ່າງ​ຕໍ່​ເນື່ອງ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ, ປະກອບສ່ວນ​​ຮ່ວມ​ກັນເພື່ອຮັກສາ​ສັນຕິພາບ, ຄວາມ​ໝັ້ນຄົງ ​ແລະ ການ​ພັດທະນາ​ຂອງ​ໂລກ.

ທ່ານ​ເມັດ​ເວ​ເດັບ ກ່າວ​ວ່າ: ຣັດ​ເຊຍ​ແລະ​ຈີນມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ໃນ​ລະດັບ​ສູງ ​ແລະ ສາຍ​ພົວພັນ​ຄູ່​ຮ່ວມ​ປະສານ​ງານ​ທາງ​ຍຸດ​ທະ​ສາດ​ຮອບດ້ານ​ໄດ້​ເຂົ້າສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ, ປະມຸກ​ລັດ​ສອງ​ປະ​ເທດ​ໄດ້ຢ້ຽມຢາມ​ກັນຫຼາຍ​ເທື່ອ​ໃນ​ປີ​ນີ້. ຣັດ​ເຊຍຍິນ​ດີ​ຮັດ​ແໜ້ນ​ການ​ໄປມາຫາສູ່​ຢ້ຽມຢາມ​ກັນ​ລະຫວ່າງ​ການ​ນຳ​ຂັ້ນສູງ​ກໍ​ຄື​ການ​ນຳທຸກ​ລະດັບ​ກັບ​ຈີນ, ລົງ​ເລິກ​ການ​ຮ່ວມ​ມື​ທີ່​ແທ້​ຈິງ, ​ເປີດ​ກວ້າງ​ການ​ຄ້າ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ເພີ່ມ​ທະວີ​ການ​ລົງທຶນ​ຕໍ່​ກັນ, ​ເລັ່ງລັດ​ສ້າງຕັ້ງກອງ​ທຶນ​ລົງທຶນ​ປະ​ດິດ​ສ້າງ​ໃໝ່, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ ​ເຊັ່ນ: ການ​ປະດິດ​ສ້າງ​ໃໝ່, ການ​ຄ້າ​ເອ​ເລັກ​ໂຕຣນິກ, ກະສິກຳ, ພະລັງງານ, ພະລັງງານ​ນິວ​ເຄຼຍ ​ແລະ ການ​ຄົມມະນາຄົມ​ຂົນ​ສົ່ງ; ຈັດຕັ້ງປະຕິບັດ​ປີ​ຮ່ວມ​ມື-​ແລກປ່ຽນ​ລະດັບ​ທ້ອງ​ຖິ່ນ​​ປີ​ນີ້​ແລະ​ປີໜ້າລະຫວ່າງສອງ​ປະ​ເທດ​ໃຫ້​ດີ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ເຂດ​ຕາ​ເວັນ​ອອກ​ໄກຂອງຣັດ​ເຊຍ-​ເຂດ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງຈີນ; ຮ່ວມ​ກັນ​ປົກ​ປັກ​ຮັກສາ​ລັດທິຫຼາຍຝ່າຍ ​ແລະ ລະບົບ​ການ​ຄ້າ​ເສລີ​ທີ່​ຖື​ເອົາ​ອົງການ​ການ​ຄ້າ​ໂລກ​ເປັນ​ແກນກາງ.

ຄຳ​ເຫັນ

0