黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໂຄງການ​ເຊື່ອມ​ຈອດ​ຈີນ-ສິງກະ​ໂປ​ສາມາດເຊັນ​ສັນຍາ 137 ​ໂຄງການ

2018-11-08 16:49:57 CRI

​ແຫຼ່ງຂ່າວ​ຈາກ​ໂຄງການ​ຕົວ​ແບບ​ການ​ເຊື່ອມ​ຈອດລັກສະນະ​ຍຸດ​ທະ​ສາດຈີນ(ຈຸ່ງ​ກິ່ງ)-ສິງກະ​ໂປ​ຄົບຮອບ 3 ປີ ​ໄດ້​ໃຫ້​ຮູ້​ໃນ​ວັນ​ທີ 7 ພະຈິກ​ນີ້​ວ່າ: ຈີນ​ແລະ​ສິງກະ​ໂປ​ເລີ່​ມຕົ້ນ​ໂຄງການ​ເຊື່ອມ​ຈອດ​ຢ່າງ​ເປັນ​ທາງ​ການ​ໃນ​ໄລຍະ 3 ປີຜ່ານມາ, ສອງ​ຝ່າຍ​ໄດ້​ເຊັນ​ສັນຍາ 137 ​ໂຄງການ ​ໂດຍ​ມີມູນ​ຄ່າ​ໃນ​ສັນຍາ​ບັນລຸເຖິງ 21,9 ຕື້​ໂດ​ລາ​ສະຫະລັດ ​ແລະ ​ໄດ້​ເພີ່ມ​​ຂຶ້ນ​ເລື້ອຍໆ​ໃນ​ການ​ເປັນ​​ຕົວ​ແບບແລະ​ຊຸກຍູ້​ສົ່ງ​ເສີມ​​ເຂດ​ພາກ​ຕາ​ເວັນ​ຕົກ​ຈີນ.

​ໂຄງການຕົວ​ແບບການເຊື່ອມ​ຈອດລັກສະນະ​ຍຸດ​ທະ​ສາດ​ຈີນ(ຈຸ່ງ​ກິ່ງ)-ສິງກະ​ໂປ ​ໄດ້​ເລີ່​ມດຳ​ເນີນ​ງານຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 7 ພະຈິກ​ປີ 2015 ​ແມ່ນ​ໂຄງການ​ຮ່ວມ​ມືໂຄງການ​ທີ 3 ​ລະຫວ່າງ​ລັດຖະບານ​ສອງ​ປະ​ເທດ​ຫຼັງຈາກ​ເຂດ​ນິຄົມ​ອຸດສາຫະກຳ​ຊູ່​ໂຈ່​ວ ​ແລະ ​ເມືອງ​ຊີວະ​ພາບ​ທຽນ​ສິນຈີນ-ສິງກະ​ໂປ ​ເຊິ່ງ​ໄດ້​ກວມ​ເອົາ 4 ຂົງ​ເຂດ​ຮ່ວມ​ມື​ໃຫຍ່ ຄື: ການ​ບໍລິການ​ດ້ານ​ການ​ເງິນ, ອຸດສາຫະກຳ​ການບິນ, ການ​ຄົມມະນາຄົມ-ການຈໍລະ​ຈອນ​ສິນຄ້າ ​ແລະ ການ​ສື່​ສານ​ຂໍ້​ມູນ​ຂ່າວສານ.

ຄຳ​ເຫັນ

0