尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ ສີ​ຈິ້ນ​ຜິງ ກ່າວ​ເນັ້ນ​ວ່າ ຄວນ​ເດັດ​ດ່ຽວຍຶດ​ໝັ້ນ​ຄວາມ​ໝັ້ນ​ໃຈ​ແລະ​ຄວາມ​ຕັດ​ສິນ​ໃຈ​ໃນ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ໂດຍເລັ່ງ​ລັດ​ຍົກ​ລະ​ດັບ​ແລະ​ຄວາມ​ສາ​ມາດ​ແຂ່ງ​ຂັນ​ທີ່​ສຳ​ຄັນ​ຂອງ​ຕົວ​ເມືອງ

2018-11-08 11:49:36 cri

图片默认标题_fororder_1

ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​,ປະ​ທານ​ປະ​ເທດ​ຈີນ,ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ກ່າວ​ໃນ​ຂະ​ນະ​ທີ່​ຢ້ຽມ​ຢາມ​ເຮັດ​ວຽກ​ຢູ່​ນະ​ຄອນ​ຊຽງ​ໄຮໂດຍ​ເນັ້ນ​​ໜັກໃຫ້​ເດັດ​ດ່ຽວຍຶດ​ໝັ້ນແນວ​ຄິດ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່​ເປັນ​​ທິດຊີ້​ນຳ,ເດັດ​ດ່ຽວ​ຈັດ​ຕັ້ງ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຂອງ​ສູນ​ກາງ​ພັກ,ຍຶດ​ໝັ້ນ​ຄວາມ​ໝັ້ນ​ໃຈ​ແລະ​ຄວາມ​ຕັດ​ສິນ​ໃຈ​ໃນ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ອີກ​,ຍຶດ​ໝັ້ນ​ທິດ​ທາງ​ລວມ​ທີ່​ເຮັດ​ວຽກ​​ເພື່ອກ້າວ​ໄປ​ໜ້າຢ່າງ​ໝັ້ນ​ທ່ຽງ,ຈັດ​ຕັ້ງ​ປະ​ຕິ​ບັດ​ທັດ​ສະ​ນະ​ພັດ​ທະ​ນາ​ໃໝ່​ຢ່າງ​ຮອບ​ດ້ານ,ຍຶດ​ໝັ້ນ​ໂດຍ​ຖື​ເອົາ​ການ​ປະ​ຕິ​ຮູບ​ໂຄງ​ປະ​ກອບດ້ານ​ການ​ສະ​ໜອງ​ເປັນ​ວຽກ​ງານ​ໃຈ​ກາງ,ເລັ່ງ​ລັດ​ສ້າງ​ລະ​ບົບ​ເສດ​ຖະ​ກິດ​ແບບ​ທັນ​ສະ​ໄໝ, ສູ້​ຊົນ​ເຮັດ​ວຽກ​ສຳ​ຄັນ 3 ດ້ານ​ໃຫ້​ດີ​ຄື: ປ້ອງ​ກັນ​​ແລະ​ແກ້​ໄຂ​ຄວາມ​ສ່ຽງ​ໃຫຍ່,ລຶບ​ລ້າງ​ຄວາມ​ທຸກ​ຍາກ​ໃຫ້​ຖືກ​ຕ້ອງ​ຕາມ​ເປົ້າ​ໝາຍ,ປ້ອງ​ກັນ​ແລະ​ແກ້​ໄຂ​ບັນ​ຫາ​ມົນ​ລະ​ພິດ,ເລັ່ງ​ລັດ​ຍົກ​ລະ​ດັບ​​ແລະຄວາມ​ສາ​ມາດແຂ່ງ​ຂັນ​ທີ່​ສຳ​ຄັນ​ຂອງ​ຕົວ​ເມືອງ,ເພື່ອ​ສະ​ໜັບ​ສະ​ໜູນ​ການ​ປະ​ຕິ​ຮູບ​ແລະ​ການ​ພັດ​ທະ​ນາ​ຂອງ​ທົ່ວ​ປະ​ເທດ​​ໃຫ້​ໄດ້ດີກວ່າ​ເກົ່າ.

ຄຳ​ເຫັນ

0