吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປີ 2020 ຫວຽດນາມ​ຈະ​ຈັດການ​ແຂ່ງລົດ F1 ຢູ່​ນະຄອນຫຼວງ​ຮາ​ໂນ້ຍ

2018-11-08 16:40:11 CRI

ວັນ​ທີ 7 ພະຈິກ​ນີ້, ທາງ​ການ F1 ​ໄດ້​ຢືນຢັນ​ວ່າ: ຈະ​ເປີດ​ກວ້າງ​ການ​ແຂ່ງຂັນ​ຢູ່​ທະວີບອາຊີ, ​ໃນ​ເດືອນ​ເມສາ​ປີ 2020 ຈະ​ຈັດການ​ແຂ່ງລົດ F1 ຄັ້ງ​ທຳ​ອິດ​ຢູ່​ນະຄອນຫຼວງ​ຮາ​ໂນ້ຍຫວຽດນາມ.

ຫວຽດນາມ​ຈະ​ກາຍ​ເປັນ​ປະ​ເທດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ທີ​ສາມ​ຖັດຈາກ​ມາ​ເລ​ເຊຍ ​ແລະ​ສິງກະ​ໂປ​ຈັດການ​ແຂ່ງ​ລົດ F1. ສື່​ມວນ​ຊົນ​ຕ່າງປະ​ເທດ​ໄດ້​ລາຍ​ງານ​ວ່າ: ປັດຈຸບັນນີ້​ສັນຍາ​ການ​ແຂ່ງລົດ​ດັ່ງກ່າວ​ມີ​ເວລາ 10 ປີ.

ການ​ແຂ່ງລົດ F1 ຢູ່​ນະ​ຄອນ​ຫຼວງ​ຮາ​ໂນ້ຍ​, ຕາມ​ແຜນການ​ແລ້ວ​ຕ້ອງ​ສ້າງ​ທາງ 5,565 ກິ​ໂລ​​ແມັດ, ລວມທັງ​ເສັ້ນທາງ​ທີ່​ກຳລັງ​ໃຊ້​ໃນ​ປັດຈຸບັນ​ນີ້ ​ແລະບາງ​ສ່ວນ​ທີ່​ຍັງ​ບໍ່​ທັນ​ໄດ້​ກໍ່ສ້າງ.

ຄຳ​ເຫັນ

0