吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ນາງ ອອງ​ຊານ​ຊູ​ຈີ້ພົບ​ປະ​ກັບ​ທ່ານ​ສົ້ງທ່າວ

2018-11-08 16:34:13 cri

ວັນ​ທີ 6 ພະຈິກ​ນີ້, ທ່ານນາງ ອອງ​ຊານ​ຊູ​ຈີ້ ປະທານພັກ​ສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ​ມຽນມາ, ທີ່​ປຶກສາ​ແຫ່ງ​ລັດມຽນມາ​ໄດ້​ພົບ​ປະ​ກັບ​ທ່ານ​ສົ້ງທ່າວ ຫົວໜ້າ​ຄະນະພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິກຈີນ​ຢູ່​ນະຄອນຫຼວງ​ເນ​ປີ​ດໍ​ຂອງມຽນມາ.

ທ່ານ​ສົ້ງທ່າວ​ກ່າວ​ວ່າ: ຈີນ ​ແລະ​ມຽນມາ​ແມ່ນ​ປ​ເທດບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ, ຈີນ​ເອົາ​ໃຈ​ໃສ່​ເປັນ​ຢ່າງ​ສູງຕໍ່​ການ​ພັດທະນາ​ສາຍ​ພົວພັນ​ຈີນ-ມຽນມາ, ຫວັງ​ວ່າ​ສອງ​ຝ່າຍຈະ​ເພີ່ມ​ທະວີ​ການ​ສ້າງ​ແລວ​ເສດຖະກິດ​ຈີນ-ມຽນມາ​ພາຍ​ໃຕ້​ຂອບ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ”, ​ເປີດ​ກວ້າງ​ການ​ຮ່ວມ​ມື​ຕົວ​ຈິງ​ໃນຂົງ​ເຂດ​ຕ່າງໆ ​ເພື່ອ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ປະຊາຊົນ​ສອງ​ຊາດ. ພັກ​ກອມ​ມູນິດ​ຈີນ​ຍິນ​ດີ​ລົງ​ເລິກ​ການ​ຮ່ວມ​ມື​ກັບພັກ​ສັນນິບາດ​ແຫ່ງ​ຊາດ​ເພື່ອປະຊາທິປະ​ໄຕ​ມຽນມາ ​ແລະ​ຊຸກຍູ້​ສາຍ​ພົວພັນ​ຈີນ-ມຽນມາ​​ໃຫ້ພັດທະນາ​ຢ່າງ​ເຂັ້ມ​ແຂງ.

ທ່ານ​ນາງ​ ອອງ​ຊານ​ຊູ​ຈີ້​ກ່າວ​ວ່າ: ມຽນມາ​ທະນຸ​ຖະໜອມ​ມິດຕະພາບ​ລະຫວ່າງມຽນມາ-ຈີນ, ​ຂອບ​ໃຈ​ຈີນ​ທີ່​ໃຫ້ການ​ຊ່ວຍ​ເຫຼືອຢ່າງ​ເອື້ອ​ເຟື້ອ​ເຜື່ອ​ແຜ່​ແກ່ມ​ຽນມາ, ​ແລະ​ຍິນ​ດີ​ເລັ່ງລັດ​ຊຸກຍູ້​ການ​ຮ່ວມ​ມື​​ໃນ​ໂຄງການ​ໃຫຍ່​​ລະຫວ່າງ​ສອງ​ປະ​ເທດ, ​ຮັດ​ແໜ້ນການ​​ໄປມາຫາສູ່​ກັນ​ລະຫວ່າ​ງພັກ​ກຳ​ອຳນາດ​ມຽນມາ-ຈີນ ​ແລະ​ຊຸກຍູ້​ການ​ພັດທະນາສາ​ຍພົວພັນ​ສອງ​ຝ່າຍ​ໃຫ້​ແໜ້ນ​ແຟ້ນຍິ່ງ​ຂຶ້ນ.

ຄຳ​ເຫັນ

0