黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ຫວາງ​ຢີ້​ກ່າວ​ວ່າ: ການ​ພົວ​ພັນ​ຈີນ​ແລະ​ອົດ​ສະ​ຕ​ຣາ​ລີຄວນ​ປັບ​ປຸງ​ທິດ​ທາງ​ແລະ​ພັດ​ທະ​ນາ​ຄືນ​ໃໝ່

2018-11-09 10:29:14 cri

ວັນ​ທີ 8 ພະ​ຈິກ​ນີ້, ພາຍ​ຫຼັງ​ຈັດ​ການ​ສົ​ນ​ທະ​ນາ​​ທາງຍຸດ​ທະ​ສາດ​ແລະ​ວຽກ​ງານ​ຕ່າງ​ປະ​ເທດ​ຈີນ-ອົດ​ສະ​ຕ​ຣາ​ລີ​​ຄັ້ງ​ທີ 5 ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ, ທ່ານ​ຫວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ແລະ​ທ່ານ​ນາງ ມາ​ຣິ​ສ ເພນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດອົດ​ສະ​ຕ​ຣາ​ລີ​ໄດ້​ຖະ​ແຫຼງ​ຮ່ວມຕໍ່​ສື່ມວນ​ຊົນ.

ທ່ານ​ຫວາງ​ຢີ້ ກ່າວ​ວ່າ, ນີ້​ແມ່ນ​ການ​ສົນ​ທະ​ນາ​ຄັ້​ງ​ທ​ອິດ​ລະ​ຫວ່າງ​ຈີນ​ແລະອົດ​ສະ​ຕ​ຣາ​ລີ​ພາຍ​ຫຼັງອົດ​ສະ​ຕ​ຣາ​ລີ​ປະ​ກອບ​ລັດ​ຖະ​ບານ​ຊຸດ​ໃໝ່, ແມ່ນ​ການ​ຕິດ​ຕໍ່​​ຄັ້ງສຳ​ຄັ​ນ​ພາຍ​ຫຼັງ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ແລະ​ອົດ​ສະ​ຕ​ຣາ​ລີບໍ່​ລົງ​ລອຍ​ກັນ. ໝາກ​ຜົນ​ສຳ​ຄັນ​ທີ່​ສຸດ​ກໍ​ຄື​ໄດ້​ກຳ​ນົດ​ທິດ​ທາງ​ທີ່​ຖືກ​ຕ້ອງ​ຂອງ​ການ​ພົວ​ພັ​ນ​ລະ​ຫວ່າງ​ສອງ​ຝ່າຍ, ​ທັງ​ເປັນ​ການ​ແລກ​ປ່ຽນ​ຄວາມ​ເຫັນ​ທາງ​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ຝ່າຍ​ເພື່ອ​ຮ່ວມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ​ໃນ​ໂລກ​ປັດ​ຈຸ​ບັນ, ການ​ພົວ​ພັນ​ຈີນ​ແລະ​ອົດ​ສະ​ຕ​ຣາ​ລີຄວນ​ປັບ​ປຸງ​ທິດ​ທາງໃຫ້​ຖືກ​ຕ້ອງ​ແລະ​ພັດ​ທະ​ນາ​ຄືນ​ໃໝ່. ຂ້າ​ພະ​ເຈົ້າ​ແລະ​ທ່ານ​ນາງ​​ເພນ​ຮ່ວມ​ກັນ​ເຫັນ​ດີ​ວ່າ: ຄວນ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ແລະອົດ​ສະ​ຕ​ຣາ​ລີປັບ​ປຸງ​ໃຫ້​ດີ​ຂຶ້ນ​ແລະ​ຂະ​ຫຍາຍ​ຕົວ​ຢ່າງ​ໝັ້ນ​ໜຽວ​ບໍ່ປ່ຽນ​ແປງ, ຄວນ​ຮັກ​ສາ​ການ​ຄ້າ​ເສ​ລີ​ແລະ​ເປີດ​ຕະ​ຫຼາດ​ຢ່າງ​​ກວ້າງ​ຂວາງ, ຄວນ​ຊຸກ​ຍູ້​ສະ​ຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີນ​ຮຸ່ນ​ເຮືອງ​ຂອງ​ພາກ​ພື້ນ​ຢ່າງ​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ.

ຄຳ​ເຫັນ

0