蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່​ານ​ສີ​ຈິ້ນ​ຜິງ​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ດີ​ອັສ໌ ກາ​ເນວ

2018-11-09 16:46:26 CRI

ວັນ​ທີ 8 ພະ​ຈິກ​ນີ້, ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ເຈ​ລ​ະ​ຈາ​ກັບ​ທ່ານ​ດີ​ອັ​ສ ກາ​ເນວ ປະ​ທານ​ສະ​ພາ​ແຫ່ງ​ລັດ ທັງ​ເປັນ​ປະ​ທານ​ສະ​ພາ​ລັດ​ຖະ​ມົນ​ຕີ​ກູ​ບາ ແລະ ໄດ້​ຮ່ວມ​ກັນ​ເປັນ​ສັກ​ຂີ​ພິ​ຍານ​ໃຫ້​ແກ່​ການ​ລົງ​ນາມ​ໃນ​ສັນ​ຍາ​ຮ່ວ​ມ​ມືຫຼາຍ​ສະ​ບັບ​ລະ​ຫວ່າງ​ສອງ​ປະ​ເທດ.

ທ່ານ​ສີ​ຈິ້​ນ​ຜິງ​ກ່າວ​ເນັ້ນ​ວ່າ, ຈີນ​ແລະ​ກູ​ບາ​ຕ້ອງ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ ແລະ ການ​ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ທາງ​ການ​ເມືອງ​ຕື່ມ​ອີກ; ຮ່ວມ​ມື​ກັນ​ແລະ​ຊ່ວ​ຍ​ເຫຼືອ​ກັນ​ແບບ​ຕ່າ​ງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ທາງ​ເສດ​ຖະ​ກິດ; ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ການຖອດ​ຖອນ​ບົດ​ຮຽນ​​ໃນ​ດ້ານ​ປົກ​ຄອງ​ປະ​ເທດ. ສອງ​ຝ່າຍ​ຍຶດ​ໝັ້ນ​ສືບ​ຕໍ່ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ​ແລະ​ກັນ​ໃນ​ບັນ​ຫາ​ທີ່​ພົວ​ພັນ​ເຖິງ​ຜົນ​ປະ​ໂຫຍດ​ຕົ້ນ​ຕໍ ແລະ ບັນ​ຫາ​ສຳ​ຄັນ​ທີ່​​ຕ່າງ​ຝ່າຍ​ໃຫ້​ຄວາມ​ສົນ​ໃຈ. ຈີນ​ຈະ​​ເດັດ​ດ່ຽວສະ​ໜັບ​ສະ​ໜູນ​ກູ​ບາ​ປົກ​ປ້ອງ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດ​ແລະ​ເດີນ​ຕາມ​ເສັ້ນ​ທາງ​ສັງ​ຄົມ​ນິ​ຍົມ​ທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ແຫ່ງ​ຊາດ​ຂອງ​ຕົນ. ຈີນ​ຊົມ​ເຊີຍ​ກູ​ບາ​ເຂົ້າ​ຮ່ວມ​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”.

ທ່ານ​ດີ​​ອັ​ສ ກາ​ເນວ​ກ່າວ​ວ່າ, ການ​ພົວ​ພັນ​ກູ​ບາ-ຈີນ​ໄດ້​ສ້າງ​ຢູ່​ບົນ​ພື້ນ​ຖານ​​ການເຄົາ​ລົບ​ກັນ, ໄວ້​ເນື້ອ​ເຊື່ອ​ໃຈ​ກັນ ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ໄດ້​ຜ່ານ​ການ​ທົດ​ສອບ​​ໃນສະ​ຖາ​ນະ​ການ​ສາ​ກົນ​ທີ່​ປ່ຽນ​ແປງ​ຢູ່​ເລື້ອຍໆ ແລະ ​ຈະ​ສາ​ມາດ​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ​ທຸກ​ປະ​ການ​ໃນ​ອະ​ນາ​ຄົດ. ກູ​ບາ​ຊົມ​ເຊີຍ​ຈີນ​ທີ່​ປະ​ສົບ​ຜົນ​ສຳ​ເລັດ​ອັນ​ໃຫຍ່ຫຼວງ​ໃນ​ການ​ພັດ​ທະ​ນາ​ປະ​ເທດ. ພັກກອມ​ມູ​ນິດ​ກູ​ບາສະ​ແດງ​ຄວາມ​ຊົມ​ເຊີຍ​​ຢ່າງ​ສູງ​ຕໍ່​ທັດ​ສະ​ນະ​ພັດ​ທະ​ນາ​ທີ່​ໄດ້​ສະ​ເໜີ​ອອກ​ໃນ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ, ກູ​ບາ​ຍິນ​ດີ​ຖອດ​ຖອນ​ບົດ​ຮຽນ ເພື່ອປັບ​ປຸງ​ຮູບ​ແບບ​ເສດ​ຖະ​ກິດ​ສັງ​ຄົມ​ພາຍ​ໃນ​ປະ​ເທດ​ໃຫ້​ສົມ​ບູນ​ຂຶ້ນ ແລະ ຊຸກ​ຍູ້​ພາ​ລະ​ກິດ​ສ້າງ​ສາ​ສັງ​ຄົມ​ນິ​ຍົມ​ກູ​ບາ. ກູ​ບາ​ແລະ​ຈີນ​ຄວນ​ສືບ​ຕໍ່​ຮັກ​ສາ​ການ​ໄປ​ມາ​ຫາ​ສູ່​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ ແລະ ການ​ສົນ​ທະ​ນາ​ທາງ​ການ​ເມືອງ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​ການ​ຄ້າ, ການ​ສຶກ​ສາ, ວັດ​ທະ​ນະ​ທຳ​ ແລະ ອື່ນໆ, ຮັດ​ແໜ້ນ​ການ​ແລກ​ປ່ຽນ​ແລະ​ປະ​ສານ​ງານ​ໃນ​ວຽກ​ງານ​ສາ​ກົນ.

ຄຳ​ເຫັນ

0