黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາ​ຍົກ​ໄທ​ຮຽກ​ຮ້ອງ​ໃຫ້​ອາ​ຊຽນ​ສ້າງ​ຕັ້ງ​ຕາ​ໜ່າງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ທີ່​ເຊື່ອມ​ຈອດ​ກັນ​ໝົດ

2018-11-09 16:21:58 cri

ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຄົມ​ມະ​ນາ​ຄົມ​ອາ​ຊຽນ​ຄັ້ງ​ທີ 24 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ບາງກອກ ປະ​ເທດ​ໄທ​ໃນ​ວັນ​ທີ 8 ພະ​ຈິກ​ນີ້. ​ໃນ​ກອງ​ປະ​ຊຸມ​ດັ່ງ​ກ່າວ, ທ່ານ ປຣະຢຸດ ​ຈັນ​ໂອຊາ ນາຍົກລັດຖະມົນຕີ​ໄທຮຽກ​ຮ້ອງໃຫ້​ປະ​ເທດ​ອາ​ຊຽນ​ຄວນ​ເພີ່ມ​ທະ​ວີການ​ພັດ​ທະ​ນາ​​ຕາ​ໜ່າງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ພາກ​ພື້ນ​​ໃຫ້​ເຊື່ອມ​ຈອດ​ກັນ​ໝົດ, ເພື່ອ​ຊຸກ​ຍູ້​ເສດ​ຖະ​ກິດ​ເຕີ​ບ​ໂຕ.

ກອງ​ປະ​ຊຸມ​ດັ່ງ​ກ່າວ​ຈະ​ດຳ​ເນີນ​ໄປ​ເປັນ​ເວ​ລາ 2 ວັນ, ​ໂດຍ​ຈະ​ປຶກ​ສາ​ຫາ​ລື​ການ​ເຊື່ອມ​ຈອດ​ກັນ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ​ຂອງ​ອາ​ຊຽນ​, ​ພ້ອມ​ດ້ວຍລະ​ບຽບ​ກົດ​ໝາຍ​ທີ່​ກ່ຽວ​ຂ້ອງ, ການ​ບໍ​ລິ​ການ​ຄົມ​ມະ​ນາ​ຄົມ​ແລະ​ອື່ນໆ, ເພື່ອ​ຊຸກ​ຍູ້​ໃຫ້​ເສດ​ຖ​ະ​ກິດ​ພາກ​ພື້ນ​ມີ​ຄວາມ​ຈະ​ເລີນ​ຮຸ່ນ​ເຮືອງ​ໃຫ້​ດີກວ່າ​ເກົ່າ.

ທ່ານ​ປ​ຣະ​ຢຸດ ຈັນ​ໂອ​ຊາ ກ່າວ​ໃນ​ກອງ​ປະ​ຊຸມ​ວ່າ, ອາ​ຊຽນ​ແມ່ນ​ກຸ່ມ​ເສດ​ຖະ​ກິດ​ສຳ​ຄັນ​ໃນ​ໂລກ, ຍອດ​ມູນ​ຄ່າ​​ຜົນ​ຜະ​ລິດ​ຕໍ່​ປີ​ຂອງ​ພາກ​ພື້ນ​ບັນ​ລຸ​ເຖິງ 2800 ຕື້​ໂດ​ລາ​ສະ​ຫະ​ລັດ. ທ່ານ​ກ່າວ​ເນັ້ນ​ວ່າ, ການ​ເຊື່ອມ​ຈອດ​ກັນ​ດ້ານ​ຄົມ​ມະ​ນາ​ຄົມ​ແມ່ນ​​ຂອດ​ສຳ​ຄັນ​ທີ່​ຈະຮັກ​ສາ​ເສດ​ຖະ​ກິດ​ພາກ​ພື້ນ​ອາ​ຊຽນ​ເຕີບ​ໂຕ​ແລະ​ໝັ້ນ​ທ່ຽງ​, ປະ​ເທດ​ອາ​ຊຽນ​ຕ້ອງ​​ສຸມ​ກຳ​ລັງ​ເພື່ອ​ສ້າງຕາ​ໜ່າງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ໃຫ້​ເຊື່ອມ​ຈອດ​ກັນ​ໝົດ

ຂະ​ນະ​ດຽວ​ກັນ​ນັ້ນ​ທ່ານ​ປ​ຣະ​ຢຸດ ຈັນ​ໂອ​ຊາ ຍັງ​ໄດ້​ເຕືອນ​ໃຫ້​ປະ​ເທດ​ອາ​ຊຽນ​ຈົ່ງ​ຫຼຸດ​ຜ່ອນ​ກຳ​ແພງ​ການ​ຄ້າ​ແລະ​ການ​ທ່ອງ​ທ່ຽວ, ​ເມື່ອ​ເຮັດ​ແບບ​ນີ້​​ແລ້ວ​ຈະມີ​ຜົນ​ດີ​ຕໍ່​ການ​​ສ້າງສະ​ພາບ​ແວດ​ລ້ອມ​​ບົນ​ຈິດ​ໃຈ​ມິດ​ຕະ​ພາບ​ຂອງ​ພາກ​ພື້ນ.

ຄຳ​ເຫັນ

0