吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ຣິກາ​ປະຕິບັດ​ການ​ຂວ້ຳ​ບາດຄັ້ງ​ໃໝ່​ຕໍ່ຣັດ​ເຊຍ

2018-11-09 16:46:57 cri

ວັນ​ທີ 8 ພະຈິກ​ນີ້, ກະຊວງ​ການ​​ເງິນອາ​ເມຣິກາ​ໄດ້​ປະກາດ​ວ່າ: ຈະ​ປະຕິບັດ​ການ​ຂວ້ຳ​ບາດ​ຄັ້ງໃໝ່​ຕໍ່​ບຸກຄົນ 3 ຄົນ ​ແລະອົງການ 9 ​ແຫ່ງ​ທີ່​ພົວ​ພັນ​ກັບຣັດ​ເຊຍ, ຍ້ອນ​ວ່າ​ເຂົາ​ເຈົ້າ “ສະໜັບສະໜູນບົດບາດຣັດ​ເຊຍ” ​ໃນ​ບັນຫາ​ອູ​​ແກຣນ.

​ບຸກຄົນ ​ແລະ​ອົງ​ກອນ​ທີ່​ຖືກ​ຂວ້ຳ​ບາດ​ແມ່ນ​ມາ​ຈາກ​ອູ​ແກຣນ ​ແລະຣັດ​ເຊຍ. ກະຊວງ​ການ​ເງິນ​ອາ​ເມຣິກາ​ໄດ້​ອອກ​ຖະ​ແຫຼ​ງການໃນ​ມື້​ດຽວ​ກັນ​ວ່າ: ອາ​ເມຣິກາ​ເຫັນ​ວ່າບຸກຄົນ 2 ຄົນ​ ​ແລະ 1 ອົງ​ກອນ​ໄດ້​ມີ “ການ​ກະທຳ​ລະ​ເມີດ​ສິດທິມະນຸດ​ຢ່າງ​ໜັກໜ່ວງ”, ​ອີກ​ບຸກຄົນ​ໜຶ່ງ ​ແລະ​ອົງ​ກອນ 8 ​ແຫ່ງ​ໄດ້ “ສົ່ງ​ເສີມ​ຜົນ​ປະ​ໂຫຍ​ດຂອງຣັດ​ເຊຍ​ໃນຊົງ​​ເຂດ​ກຣຶມ.

ຖະ​ແຫຼ​ງການ​​ໄດ້​ຊີ້​ໃຫ້​ເຫັນ​ວ່າ: ​ຈຳນວນ​ຊັບ​ສິນ​ຕ່າງໆພາຍ​ໃນ​ອາ​ເມຣິກາ​ຂອງບຸກຄົນ ​ແລະ​ອົງ​ກອນ​ທີ່​ຖືກ​ຂວ້ຳ​ບາດຈະ​ຖືກ​ອາ​ຍັດ ​ແລະ​ພົນ​ລະ​ເມືອງ​ອາ​ເມຣິກາຈະ​ບໍ່​ສາມາດ​ຄ້າຂາຍ​ກັບ​ເຂົາ​ເຈົ້າ​ໄດ້.

ຄຳ​ເຫັນ

0