李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນ​າ​ຍົກ​ຈີນ​ຈະ​ຢ້ຽມ​ຢາມ​ສິງ​ກະ​ໂປ

2018-11-09 16:17:33 cri

    ໂດຍ​ຕອບ​ສະ​ໜອງ​ຕາມ​ການ​ເຊື້ອ​ເຊີນ​ຂອງ​ທ່ານ ລີ​ຊຽນ​​ລົງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ສາ​ທາ​ລະ​ນະ​ລັດ​ສິງ​ກະ​ໂປ, ທ່ານ ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ຈະ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ສິງ​ກະ​ໂປ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 12-16 ພະ​ຈິກນີ້ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຜູ້​ນຳ​ຈີນ​ອາ​ຊຽນ (10+1) ຄັ້ງ​ທີ 21, ກອງ​ປະ​ຊຸມ​ຜູ້​ນຳ​ອາ​ຊຽນ​ກັບ​ຈີນ-ຍີ່​ປຸ່ນ-ສ.ເກົາ​ຫຼີ (10+3) ຄັ້ງ​ທີ 21 ແລະ​ກອງ​ປະ​ຊຸມ​ສຸດຍອດ​ອາ​ຊີ​ຕາ​ເວັນ​ອອກ​ຄັ້ງ​ທີ 13. ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນຢືນ​ຢັນ​ໃນ​ວັນ​ທີ 8 ພະ​ຈິກ​ຜ່ານ​ມາ​ວ່າ: ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ວຽກ​ງານການ​ຕ່າງ​ປະ​ເທດ​ທີ່​ສຳ​ຄັນ​ຂອງ​ຈີນ​ຕໍ່​ປະ​ເທດ​ອ້ອມ​ຂ້າງ​ໃນ​ທ້າຍ​ປີນີ້.

    ສິງ​ກະ​ໂປ​ແມ່ນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ຂອງ​ອາ​ຊຽນ​ປະ​ຈຳ​ປີນີ້, ທັງ​ແມ່ນ​ປະ​ເທດ​ໃກ້​ຄຽງ​ທີ່​ສຳ​ຄັນ​ຂອງ​ຈີນ, ປີ 2015 ສອງ​ປະ​ເທດ​ໄດ້​ສ້າງ​​ຕັ້ງການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ທີ່​ໄປ​ຕາມ​ຍຸກ​ສະ​ໄໝ, ສິງ​ກະ​ໂປ​ໄດ້​ເຂົ້າ​ຮ່ວມ​ຂະ​ບວນ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ​ຢ່າງ​ຕັ້ງ​ໜ້າ, ສະ​ນັ້ນ, ການ​ຢ້ຽມ​ຢາມ​ຂອງ​ທ່ານ ຫຼີ​ເຄີ້​ສຽງ​ ຄັ້ງ​ນີ້​ມີ​ຄວາມ​ໝາຍ​ພິ​ເສດ.

    ກ່ຽວ​ກັບ​ການ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຕ່າງໆ​ຂອງ​ຜູ້​ນຳ​ການ​ຮ່ວມ​ມື​ອາ​ຊີ​ຕາ​ເວັນ​ອອກ, ທ່ານ ເຊີນ​ສຽວ​ຕົ່ງ ຜູ້​ຊ່ວຍ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນແຈ້ງ​ໃຫ້​ຊາບວ່າ, ໃນ​ເວ​ລາ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ດັ່ງ​ກ່າວ, ທ່ານ ຫຼີ​ເຄີ້​ສຽງ​ ຈະ​ກ່າວ​ປາ​ໄສ​ກ່ຽວ​ກັບ​ນະ​ໂຍ​ບາຍ​ແລະ​ຈຸດ​ຢືນ​ຂອງ​ຈີນ​ໃນ​ການ​ຮ່ວມ​ມື​​ກັບອາ​ຊີ​ຕາ​ເວັນ​ອອກ, ສະ​ເໜີ​ຂໍ້​ລິ​ເລີ່ມ​ໃໝ່ 30 ກວ່າ​ຂໍ້​ໃນ​ການ​ລົງ​ເລິກ​ການ​ຮ່ວມ​ມື​ທີ່​ແທດ​ເໝາະ​ກັບ​ຕົວ​ຈິງ​ພາຍ​ໃຕ້​ກົນ​ໄກ​ຕ່າງໆ ​ໃນທັງຫຼາຍ​ຂົງ​ເຂດ ເຊັ່ນ: ການ​ປະ​ດິດ​ສ້າງວິ​ທະ​ຍາ​ສາດ​ເຕັກ​ນິກ, ເສດ​ຖະ​ກິດ​ການ​ຄ້າ, ການ​ທະ​ນາ​ຄານ, ການ​ສຶກ​ສາ, ວັດ​ທະ​ນະ​ທຳ, ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ, ຄວາມ​ໝັ້ນ​ຄົງ ແລະ​ອື່ນໆ, ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ຈີນ-ອາ​ຊຽນ​ໃຫ້​ຍົກ​ລະ​ດັບ​ແລະ​ມີ​ຄຸນ​ນະ​ພາບ​ສູງ​ຂຶ້ນ​, ຊຸກ​ຍູ້​ການ​ຮ່ວມ​ມື​ອາ​ຊີ​ຕາ​ເວັນ​ອອກ​ໃຫ້​ຍົກ​ສູງ​ຂຶ້ນສູ່​ລະ​ດັບ​ໃໝ່.

    ປີນີ້​ແມ່ນ​ຈີນ-ອາ​ຊຽນ​ສ້າງ​​ຕັ້ງການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຄົບ​ຮອບ 15 ປີ ແລະ ເປັນປີ​ປະ​ດິດ​ສ້າງ​ໃໝ່​ຈີນ-ອາ​ຊຽນ. ໃນ​ປີ 2017 ຜ່ານ​ມາ, ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ​​ບັນ​ລຸຫຼາຍກວ່າ 500 ຕື້​ໂດ​ລາ, ຈີນ​ໄດ້​ກາຍ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ອາ​ຊຽນ​ໃນ 9 ປີ​ລຽນ​ຕິດ, ແລະ​ອາ​ຊຽນ​ແມ່ນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ທີ 3 ຂອງ​ຈີນ​ໃນ 7 ປີລຽນ​ຕິດ​. ທ່ານ ເຊີນ​ສຽວ​ຕົ່ງ ກ່າວ​ວ່າ: ຈີນ​ມີ​ຄວາມ​ມຸ່ງ​ຫວັງຫຼາຍ​ຕໍ່​ກອງ​ປະ​ຊຸມ​ຕ່າງໆ​ໃນ​ປີນີ້​ທີ່​ຈະ​ສຸມ​ໃສ່​ອາ​ຊີ​ຕາ​ເວັນ​ອອກ ແລະ ສຸມ​ໃສ່​ການ​ຮ່ວມ​ມື, ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ລັດ​ທິຫຼາຍ​ຝ່າຍ, ລະ​ບົບ​ການ​ຄ້​າ​ເສ​ລີ ແລະ ກົດ​ລະ​ບຽບ​ສາ​ກົນ, ຊຸກ​ຍູ້​ເສດ​ຖະ​ກິດ​ພາກ​ພື້ນ​ໃຫ້​ເຊື່ອມ​ໂຍງເຂົ້າ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ.

ໃນ​ໄລ​ຍະ​ໄຂ​ກອງ​ປະ​ຊຸມ​ສຸດຍອດ “10+1”, ຄາດ​ວ່າ ສອງ​ຝ່າຍຈະ​ອອກ​ຖະ​ແຫຼງ​ການ​ກ່ຽວ​ກັບວິ​ໄສ​ທັດ​ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຈີນ-ອາ​ຊຽນ​ໃນ​ປີ 2030 ເພື່ອ​ວາງ​ແຜນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ແລະ​ການ​ຮ່ວມ​ມື​ຈີນ-ອາ​ຊຽນ​ໃນ​ອະ​ນາ​ຄົດ.

ຄຳ​ເຫັນ

0