吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສອງ​ເກົາຫຼີ​ໄດ້ຕົກ​ລົງ​ຮັກສາ​ປ້ອມ​ຍາມຝ່າຍ​ລະ 1 ​ແຫ່ງ​ໃນ​ເຂດ​ປອດ​ທະຫານ

2018-11-09 16:45:14 cri

ວັນ​ທີ 8 ພະຈິກ​ນີ້, ກະຊວງ​ປ້ອງ​ກັນປະ​ເທດສ.​ເກົາຫຼີ​ໄດ້​ອອກ​ຖະ​ແຫຼ​ງການ​ວ່າ: ກອງທັບ​ສ.​ເກົາຫຼີ ​ແລະ​ສປປ.​ເກົາຫຼີ​ໄດ້​​ເຊັນ​ສັນຍາຮັກສາປ້ອມ​ຍາມຝ່າຍ​ລະ 1 ​ແຫ່ງ​ໃນ​ເຂດ​ປອດ​ທະຫານ.

ຖະ​ແຫຼ​ງການ​ດັ່ງກ່າວ​ໄດ້ລະບຸ​ວ່າ: ນັບ​ແຕ່​ວັນ​ທີ 1 ພະຈິກ​ນີ້​ເປັນ​ຕົ້ນ​ມາ, ​ໄດ້​​ເລີ່​ມ​ດຳ​ເນີນ​ວຽກ​ງານ​ຖອນ​ປ້ອມ​ຍາມ​ອອກຈາກ​ເຂດປອດທະຫານຕາມ​ແຜນການ​ທີ່​ກຳນົດ​ໄວ້. ສອງ​ເກົາຫຼີ​ຈຶ່ງ​ເຫັນ​ເປັນ​ເອກະ​ພາບ​ກັນ​ວ່າ: ມີ​ບາງ​ປ້ອມ​ຍາມ​ຍັງ​ມີ​ຄຸນຄ່າຄວນ​ຮັກສາ​ໄວ້​ຕໍ່​ໄປ, ສະ​ນັ້ນ​ສອງ​ຝ່າຍ​ຈະ​ເລືອກຮັກສາ​ປ້ອມ​ຍາມ​​ໃດ​ໜຶ່ງຂອງ​ຕົນ​​ໄວ້​ຄື​ເກົ່າ​ພາຍຫຼັງ​ຖອນ​ທະຫານ ​ແລະ​ອາວຸດ​ຍຸດໂທ​ປະກອບ​ອອກ​​ແລ້ວ.

ຄຳ​ເຫັນ

0