吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຕະຫຼາດການບິນ​ຈີນ​ມີ​ຄວາມ​ສາມາດ​ປົ່ມຊ້ອນ​ໃຫຍ່ຫຼວງ

2018-11-09 16:45:45 cri

ງານ​ວາງສະ​ແດງ​ການບິນ ​ແລະການບິນ​ອາ​ວະ​ກາດ​ສາກົນ​ຈີນ​ຄັ້ງ​ທີ 12 ​ໄດ້​ຈັດ​ຂຶ້ນ​ຢູ່ນະຄອນ​ຈູ່​ໄຫ​ແຂວງ​ກວາງຕຸ່ງຈີນ. ປະທານບໍລິສັດ​ເຮືອບິນ​​​ໂບອີ້ງຈີນ​ໄດ້​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ CRI ວ່າ: ຈີນ​ເປັນ​ໜຶ່ງ​​ໃນ​ຕະຫຼາດ​ທີ່​ສຳຄັນ​ທີ່​ສຸດ​ຂອງ​ບໍລິສັດ​ໂບອີ້​ງ ​ແລະ​ມີ​ຄວາມ​ສາມາດ​ປົ່ມຊ້ອນ​ດ້ານ​ການ​ພັດທະນາຢ່າງ​​ໃຫຍ່​ຫຼວງ. ປີ​ນີ້​ບໍລິສັດ​ໂບອີ້​ງ​ຈະ​ມອບ​ເຮືອບິນ​ໂດຍ​ສານ​ຢ່າງ​ໜ້ອຍ 200 ລຳ​ໃຫ້ລູກ​ຄ້າ​ຊາວ​ຈີນ.

ມີ​ບໍລິສັດ 770 ​ແຫ່ງ​ຈາກ 43 ປະ​ເທດ ​ແລະ​ເຂດ​ແຄວ້ນ​ເຂົ້າຮ່ວມ​ງານ​ວາງສະ​ແດງດັ່ງກ່າວ​ທີ່​ກຳລັງ​ຈັດ​ຂຶ້ນ​ຢູ່ນະ​ຄອນຈູ່​ໄຫ. ງານ​ວາງສະ​ແດງ​ເທື່ອ​ນີ້​ມີ​ເນື້ອ​ທີ່ວາງສະ​ແດງ​ການ​ແຈ້ງ 4 ​ແສນ​ຕາ​ແມັດ ​ເຊິ່ງ​ໄດ້ວາງ​ສະ​ແດງ​ເຮືອບິນຫຼາຍ​ກວ່າ 140 ລຳ, ຂະໜາດຂອງ​ງານ​ວາງສະ​ແດງ​ເທື່ອ​ນີ້​ໄດ້​ສ້າງ​ສະຖິຕິອີກ​ຄັ້ງ​​ໃໝ່.

ຄຳ​ເຫັນ

0