李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ ສີ​ຈິ້ນ​ຜິງ ມອບ​ທຸງ​ໃຫ້​ແກ່ກອງ​ດັບ​ເພີງ​ແລະ​ກູ້​ໄພ​ກວມ​ລວມ​ແຫ່ງ​ຊາດ

2018-11-09 16:23:03 cri

    ພິ​ທີ​ມອບ​ທຸງ​ໃຫ້​ແກ່ກອງ​ດັບ​ເພີງ​ແລະ​ກູ້​ໄພ​ກວມ​ລວມ​ແຫ່ງ​ຊາດ ໄດ້​ຈັດ​ຂຶ້ນ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ຈີນ​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 9 ພະ​ຈິກນີ້. ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ ໄດ້​ມອບ​ທຸງ​ໃຫ້​ແກ່ກອງ​ດັບ​ເພີງ​ແລະ​​ກູ້​ໄພ​ກວມ​ລວມ​ແຫ່ງ​ຊາດ ແລະ​ກ່າວ​ປາ​ໄສ ໂດຍ​ເນັ້ນ​ໜັກ​ວ່າ: ການ​ສ້າງ​ຕັ້ງ​ກອງ​ດັບ​ເພີງ​ແລະ​​ກູ້​ໄພກວມລວມ​ແຫ່ງ​ຊາດ ແມ່ນ​ນະ​ໂຍ​ບາຍ​ທາງ​ຍຸດ​ທະ​ສາດ​ຂອງ​ສູນ​ກາງ​ພັກ​ທີ່​ສອດ​ຄ່​ອງ​ກັບ​ການ​ສ້າງ​ລະ​ບົບ​ບໍ​ລິ​ຫານ​ແລະ​ຄວາ​ມ​ສາ​ມາດ​ບໍ​ລິ​ຫານ​ຂອງ​ລັດ​ໃຫ້​ທັນ​ສະ​ໄໝ, ແມ່ນ​ມາດ​ຕະ​ການ​ທີ່​ສຳ​ຄັນ​ແລະ​ສອດ​ຄ່ອງ​ກັບ​ເງື່ອນ​ໄຂ​ແຫ່ງ​ຊາດ​ແລະຈຸດ​ພິ​ເສດຂອງ​ໄພ​ທຳ​ມະ​ຊາດ​ແລະ​ອຸ​ບັດ​ເຫດ,ແລະ​ສ້າງ​​ລະ​ບົບ​ກູ້​ໄພ​ສຸກ​ເສີນ​ແຫ່ງ​ຊາດ​ໃນ​ຍຸກ​ໃໝ່, ມັນ​ມີ​ຄວາມ​ໝາຍ​ອັນ​ຍິ່ງ​ໃຫຍ່​ຕໍ່​ການ​ປົກ​ປັກ​ຮັກ​ສາ​ຄວາມ​ປອດ​ໄພ​ສາ​ທາ​ລະ​ນະ​ທົ່ວສັງ​ຄົມ ແລະ​ປົກ​ປັກ​ຮັກ​ສາ​ຄວາມ​ປອດ​ໄພ​ທາງ​ຊີ​ວິດ​ແລະ​ຊັບ​ສິນ​ຂອງ​ປະ​ຊາ​ຊົນ.

ຄຳ​ເຫັນ

0