李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ໄດ້​ຮັບ​ການ​ຍ້ອງ​ຍໍ​ໃນກອງ​ປະ​ຊຸມ​ຂົນ​ສົ່ງ​ທາງ​ບົກ​ສາ​ກົນ

2018-11-09 16:21:41 cri

    ກອງ​ປະ​ຊຸມ​ຂົນ​ສົ່ງ​ທາງ​ບົກ​ສາ​ກົນ​ໄດ້​ອັດ​ລົງ​ຢູ່​ນະ​ຄອນຫຼວງ​ມັ​ສ​ກັດ​ປະ​ເທດ​ໂອ​ມານ​ໃນ​ວັນ​ທີ 8 ພະ​ຈິກ​ຜ່ານ​ມາ, ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຂອງ​ຈີນ​ໄດ້​ຮັບ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ​ຈາກ​ຜູ້​ຮ່ວມ​ປະ​ຊຸມ.

    ທ່ານ ໂຮ​ເຊ ມາ​ນູ​​ເອວ ດູ​ຣາວ ບາ​ໂຣ​ໂຊ ອະ​ດີດ​ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ​ສະ​ຫະ​ພາບ​ເອີ​ຣົບ​ທີ່​ຮ່ວມ​ປະ​ຊຸມ ​ໄດ້ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ: ການ​ພັດ​ທະ​ນາ​ຂອງ​ຈີນ​ໄດ້​​ໃຫ້​ບົດ​ຮຽນ​ທີ່​ສາ​ມາດ​ຖອດ​ຖອນ​ໄດ້​ໃຫ້​ແກ່​ໂລກ, ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ທີ່​ຈີນ​ສະ​ເໜີ​ອອກ​ມາ ໄດ້​ເຮັດ​ໃຫ້​ການ​ຄ້າ​ທົ່ວ​ໂລກ​ເຊື່ອມ​ຕໍ່​ເຂົ້າ​ກັນ ເຊິ່ງ​ມີ​ຜົນ​ດີ​ຕໍ່​ການ​ລົບ​ລ້າງ​ກຳ​ແພງ​ລະ​ຫວ່າງ​ປະ​ເທດ. ບົດ​ບາດ​ຂອງ​ຂໍ້​ລິ​ເລີ່ມ​ດັ່ງ​ກ່າວ ຈະ​ສະ​ແດງ​ອອກ​ຢູ່​ດ້ານ​ຕ່າງໆ​ຂອງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ທົ່ວ​ໂລກ.

ຄຳ​ເຫັນ

0