黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜີ​ງພົບ​ປະ​ກັບ​ອະດີດ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ຣິ​ກາ

2018-11-09 10:28:26 cri

ວັນ​ທີ 9 ພະ​ຈິກ​ນີ້​ຢູ່​ຫໍສະພາ​ປະຊາຊົນ​ແຫ່​ງຊາດ​ຈີນ​ທີ່​ນະຄອນຫຼວງ​ປັກ​ກິ່ງ, ທ່ານ​ສີ​ຈິ້ນ​ຜີງ, ປະທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ເຮນຣິ ​ຄິດ​ຊີງ​ເກີ, ອະດີ​ດລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ຣິ​ກາ.

ທ່ານ​ສີ​ຈິ້ນ​ຜິງ ກ່າວ​ວ່າ, ໃນ 40 ກວ່າ​ປີ​ຜ່ານ​ມາ, ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ແລະ​ອາ​ເມ​ຣິ​ກາ​ໄດ້​ຜ່ານ​ຜ່າ​ຄວາມ​ຍຸ້ງ​ຍາກ​ຢ່າງ​ຫຼວງ​ຫຼາຍ, ໄດ້​ຮັກ​ສາ​ການ​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ​​ໂດຍ​ລວມ. ຈີນ​ຍຶດ​ໝັ້ນ​ເດີນ​ຕາມ​ເສັ້ນ​ທາງ​ພັດ​ທະ​ນາ​ໂດຍ​ສັນ​ຕິ, ສຸມ​ກຳ​ລັງ​ພັດ​ທະ​ນາ​ການ​ພົວ​ພັນ​ຈີນ​ອາ​ເມ​ຣິ​ກາ​ທີ່​ບໍ່​ປະ​ທະ​ກັນ​ແລະ​ບໍ່​ເປັນ​ປໍ​ລະ​ປັກ​ກັນ, ເຄົາ​ລົບ​ນັບ​ຖື​ເຊິ່ງ​ກັນ​ແລະ​ກັນ​ແລະ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ຍິນ​ດີ​ແກ້​ໄຂ​ບັນ​ຫາ​ທີ່​ເກີດ​ຂຶ້ນ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໂດຍ​ຜ່ານ​ການ​ປຶກ​ສາ​ຫາ​ລື​ບົນ​ຈິດ​ໃຈ​ມິດ​ຕະ​ພາບ​ທີ່​ມີ​ການ​ຜ່ອນ​ຜັນ​ແລະ​ເຂົ້າ​ອົກ​ເຂົ້າ​ໃຈ​ກັນ​, ​ສະ​ເໝີ​ພາບກັນ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ຂະ​ນະ​ດຽວ​ກັນ​ນັ້ນ, ອາ​ເມ​ຣິ​ກາ​ກໍ​ຄວນ​ເຄົາ​ລົບ​ສິດ​ແລະ​ຜົນ​ປະ​ໂຫຍດ​ທີ່​ສົມ​ເຫດ​ສົມ​ຜົນ​ຂອງ​ຈີນ, ຮ່ວມ​ກັນ​ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ແລະ​ອາ​ເມ​ຣິ​ກາ​ຂະ​ຫຍາຍ​ຕົວ​ຢ່າງ​ແຂງ​ແຮງ​ແລະ​ໝັ້ນ​ທ່ຽງ.

ທ່ານ​ຄິດ​ຊີງ​ເກີ ກ່າວ​ວ່າ, ພາຍ​ໃຕ້​ສະ​ຖາ​ນະ​ການ​ປັດ​ຈຸ​ບັນ, ການ​ຮ່ວມ​ມື​ລະ​ຫວ່າງອ​າ​ເມ​ຣິ​ກາ​ແລະ​ຈີນ​ແມ່ນ​ສຳ​ຄັນ​ທີ່​ສຸດ​ທີ່​ມີ​ຜົນ​ຕໍ່​ສັນ​ຕິ​ພາບ​ແລະ​ຄວາມ​ຈະ​ເລີນ​ຮຸ່ນ​ເຮືອງ​ຂອງ​ໂລກ. ​ການພັດ​ທະ​ນາ​​ສາຍ​ພົວ​ພັນ​ລະ​ຫວ່າງ​ອາ​ເມ​ຣິ​ກາ​ແລະ​ຈີນ​ຮຽກ​ຮ້ອງ​ໃຫ້​ມີ​ແນວ​ຄິດ​ຍຸດ​ທະ​ສາດ​ແລະ​ສາຍ​ຕາ​​ເບິ່ງກວ້າງມອງ​ໄກ, ສອງ​ຝ່າຍ​ຄວນ​ເຂົ້າ​ໃຈ​ກັນ​ດີກວ່າ​ເກົ່າ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​​ທາງຍຸດ​ທະ​ສາດ, ເປີດກວ້າງ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ຄຸ້ມ​ຄອງແລະ​ຄວບ​ຄຸມ​ຄວາມ​ຂັດ​ແຍ້ງ​ກັນ​ຢ່າງ​ເໝາະ​ສົມ. ຫວັງ​ວ່າ​ການ​ພົບ​ປະ​ກັນ​ລະ​ຫວ່າງ​ທ່ານ​ໂດ​ໂນ ທ​ຣຳ ປະ​ທ​າ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ແລະ​ທ່ານ​ສີ​ຈິ້ນ​ຜີງ ປະ​ທານ​ປະ​ເທດ​ຈີນ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ໄລ​ຍະ​ຈັດ​ກອງ​ປະ​ຊຸມ​ສຸດຍອດ G20 ຢູ່​ອັກ​ຊັງ​ຕິນ​ຈະ​ປະ​ສົບ​ຜົນ​ສຳ​ເລັດ.

ຄຳ​ເຫັນ

0