吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານຫ​ວາງຢີ້​ກ່າວ​ເຖິງ​ບົດຮຽນ​ຂອງ​ສາຍ​ພົວພັນ​ຈີນ-ອາ​ເມ​ຣິກາ​ໃນ​ໄລຍະ 40 ປີຜ່ານມາ

2018-11-09 16:44:37 cri

ວັນ​ທີ 8 ພະຈິກ​ນີ້, ທ່ານ​ຫວາງຢີ້ ທີ່​ປຶກສາ​ແຫ່ງ​ລັດ​ ທັງ​ເປັນລັດຖະມົນ​ຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້ດຳ​ເນີນ​ການ​ສົນທະນາ​ທາງ​ຍຸດ​ທະ​ສາດ ​ແລະ​ການ​ຕ່າງປະ​ເທດ​ຈີນ-ອົດ​ສະຕຣາລີຄັ້ງ​ທີ 5 ກັບ​ທ່ານນາງ ​ມາຣີສ ​ເພນ ລັດຖະມົນ​ຕີກະຊວງ​ການ​ຕ່າງປະ​ເທດ​ອົດ​ສະຕຣາລີ​ຢູ່​ນະຄອນຫຼວງ​ປັກ​ກິ່ງ, ​ຫຼັງ​ຈາກ​ນັ້ນ​ໄດ້ຖະ​ແຫຼ​ງຂ່າວ​ຮ່ວມ​ກັນ. ນັກ​ຂ່າວ​ຖາມ​ທ່ານຫ​ວາງຢີ້ວ່າ: ພາຍຫຼັງ​ອາ​ເມ​ຣິ​ກາ​ຈັດການ​ເລືອກ​ຕັ້ງກາງ​ສະ​ໄໝສຳ​ເລັດ​ແລ້ວ, ຈີນ​ມີ​ຄວາມ​ຄາດ​ຫວັງ​ຕໍ່​ສາຍ​ພົວພັນ​ຈີນ-ອາ​ເມຣິກາ​ຫຍັງ​ແດ່?

ທ່ານ​ຫວາງ​ຢີ້ກ່າວ​ວ່າ: ການ​ເລືອກ​ຕັ້ງກາງ​ສະ​ໄໝຂອງ​ອາ​ເມຣິກາ​ແມ່ນ​ວຽກ​ງານ​ພາຍ​ໃນ​ຂອງ​ອາ​ເມຣິກາ, ​ເວລາ​ໃດຈີນກໍບໍ່​ແຊກ​ແຊງວຽກ​ງານພາຍ​ໃນ​ຂອງ​ປະ​ເທດ​ອື່ນ.

ທ່ານ​ຫວາງ​ຢີ້ກ່າວ​ວ່າ: ທາດ​ແທ້​ຂອງສາຍ​ພົວພັນ​ຈີນ​-ອາ​ເມຣິກາ​ແມ່​ນ​ໃຫ້​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ. ຕ່າງ​ກໍ​ເປັນ​ຕະຫຼາດ​ໃຫຍ່ທີ່​ສຸດຂອງ​ໂລກ ​ແລະ​ເປັນ​ປະ​ເທດ​ສະມາຊິກ​ຖາວອນ​ໃນສະພາ​ຄວາ​ມໝັ້ນຄົງ​ອົງການ​ ສປຊ, ຄວາມ​ຕ້ອງການຕໍ່​ການ​ຮ່ວມ​ມື​ສອງ​ຝ່າຍມີ​ຫຼາຍ​ກວ່າ​ຄວາ​ມ​​ເຫັນ​ຂັດ​ແຍ້​ງກັນ, ຄວາມ​ຈຳ​ເປັນ​ຂອງ​ການ​ຮ່ວມ​ມື​ໄລຍະ​ຍາວ​ກໍ​ມີ​ຫຼາຍ​ກວ່າ​ຄວາມ​ແຕກ​ຕ່າງ​ກັນ​ດ້ານຄວາມ​​ເຫັນ​ທາງ​ການ​ເມືອງລະຫວ່າງ​ພັກ​ຝ່າຍ ​ແລະ​ການ​ປ່ຽນ​ແປງ​ຂອງ​ສະຖານະ​ການ​ພາຍ​ໃນ​ຂອງ​ແຕ່ລະ​ປະ​ເທດ. ຈີນ ​ແລະ​ອາ​ເມຣິກາ​ພວມ​ກຽມ​ສະຫຼອງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ຄົບຮອບ 40 ປີ. ບົດຮຽນໃນ 40 ປີຜ່ານມາ​ໄດ້ຢັ້ງຢືນວ່າ: ການ​ຮ່ວມ​ມື​ລະຫວ່າງ​ຈີນ-ອາ​ເມຣິກາ​ແມ່ນ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ​ຄວາມ​ຂັດ​ແຍ້​ງກັນ​ມີ​ແຕ່​ລະ​ສ້າງ​ຜົນ​ເສຍ​ຫາຍ​ເຊິ່ງກັນ ​ແລະ​ກັນ.

 

ຄຳ​ເຫັນ

0