黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄຂ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ໂຖ​ເລີ້​ການ​ຮ່ວມ​ມື​ຄວາມ​ສາ​ມາ​ດາ​ການ​ຜະ​ລິດ​ສາ​ກົນ​ຈີນ-ອາ​ຊຽນ​ຄັ້​ງ​ທີ 3

2018-11-09 16:24:44 cri

ຕາມ​ຂ່າວ CRI: ວັນ​ທີ 9 ພະ​ຈິກ​ນີ້, ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​​ໂຖ​ເລີ້​ການ​ຮ່ວມ​ມື​ຄວາມ​ສາ​ມາດ​ການ​ຜະ​ລິດ​ສາ​ກົນ​ຈີນ-ອາ​ຊຽນ​ປີ 2018 ທັງ​ເປັນ​ກອງ​ປະ​ຊຸມ​ຍ່ອຍ​ໂຖ​ເລີ້​ຂອງ​ງານ​ປຶກ​ສາ​ຫາ​ລື​ການ​ລົງ​ທຶນ​ຕໍ່​ຕ່າງ​ປະ​ເທດ​ຂອງ​ຈີນ​ໄດ້​ຈັດ​ຂຶ້ນ​ຢູ່​ບ້ານ​ໂຖ​ເລີ້​ເມືອງ​ຜັນ​ໂຈ່ວ​ແຂວງ​ກຸ້ຍ​ໂຈ່ວຂອງ​ຈີນ​. ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ, ທູ​ຕາ​ນຸ​ທູດ​ຕ່າງ​ປະ​ເທດ​ປະ​ຈຳ​ຈີນ, ​ປະ​ທານສະ​ມາ​ຄົມ​ການ​ຄ້າ, ຜູ້​ຕາງ​ໜ້າ​ວິ​ສາ​ຫະ​ກິດ​ຂອງ​ບັນ​ດາປະ​ເທດລຽບ​ຕາມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ປະ​ມານ 400 ທ່ານ​ໄດ້​ເຂົ້າ​ຮ່ວມ.

ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ຄັ້ງ​ນີ້​ໄດ້​ເນັ້ນ​ຫົວ​ຂໍ້ “ເຊື່ອມ​ໂຍງ​ເຂົ້າ​ໃນການ​ສ້າງ ‘ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ’, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຄວາ​ມ​ສາ​ມາດ​ການ​ຜະ​ລິດ​ສາ​ກົນ”, ໃນ​ວາ​ລະ​ຈັດ​ກອງ​ປະ​ຊຸມ​ຈະ​ຈັດ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ດ້ານ​ການ​ລົງ​ທຶນ​ແລະ​ຄວາມ​ສາ​ມາດ​ການ​ຜະ​ລິດ​ສາ​ກົນ, ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ກະ​ສິ​ກຳ​ທີ່​ມີ​ປະ​ສິດ​ທິ​ພາບ​ສູງ​ສາ​ກົນ​ແລະ​ອື່ນໆ. ຜູ້​ຮ່ວມ​ປະ​ຊຸມ​ໄດ້​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ຫົວ​ຂໍ້​ຕ່າງໆ​ເຊັ່ນ: ການ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ, ເຮັດ​ໃຫ້​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ໃກ້​ຊິດກວ່າ​ເກົ່າ, ເຮັດ​ໃຫ້​ຊອງ​ທາງ​ການ​ແລກ​ປ່ຽນ​ເສດ​ຖະ​ກິດ​ການ​ຄ້າ​​ເຄື່ອນ​ໄຫວ​ໄດ້​ດີ, ສ້າງ​ຂົວ​ມິດ​ຕະ​ພາບ​ແລະ​ຫົວ​ຂໍ້​ອື່ນໆ.

ຄຳ​ເຫັນ

0