黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບຸກ​ຄົນ​ຈີນ​ແລະ​ຕ່າງ​ປະ​ເທດ​ກ່າວ​ວ່າ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ໄດ້​​ສ່ອງ​ແສງໃຫ້​ເຫັນ​​ຂະ​ບວນ​ການ​ເປີດ​ປະ​ຕູ​ສູ່​ພາຍນອກຂອງ​ຈີນ​ແລະ​ມີຄວາມ​ໝາຍ​ທົ່ວ​ໂລກ​

2018-11-09 16:25:12 cri

ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດ​ໄດ້​ຈັດ​ຂຶ້ນ​ຢູ່​ກຳ​ແພງ​ນະ​ຄອນ​ຊຽງ​ໄຮ, ບຸກ​ຄົນ​ຈີນ​ແລະ​ຕ່າງ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ໄດ້​ມີ​ຄວາມ​ເຫັນ​ວ່າ: ຄວາມ​ໃຫຍ່​ໂຕ​ມະ​ໂຫລານ​ຂອງ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ນີ້​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ຂະ​ບວນ​ການ​ເປີດ​ປະ​ຕູ​ສູ່​ພາຍນອກຂອງ​ຈີນ​ແລະມີຄວາມ​ໝາຍ​ທົ່ວ​ໂລກ​.

ໃນ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ຄວາ​ມ​ສາ​ມາດ​ການ​ແຂ່ງ​ຂັນ​ສາ​ກົນ​ຂອງ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 8 ພະ​ຈິກ​ນີ້, ທ່ານ​ເຈັ​ຟ​​ຟ​ຣີ ເປີນ​ສະ​ທີນ, ອະ​ດີດ​ປະ​ທານ​ສະ​ພາ​ມົນ​ຕີ​ສະ​ມາ​ຄົມ​ການ​ຄ້າ​ອາ​ເມ​ຣິ​ກາ​ຊຽງ​ໄຮ, ຮອງ​ປະ​ທານ​ວຽກ​ງານສາ​ກົນ​ທັງ​ເປັນ​​ປະ​ທານ​ປະ​ຈຳຈີນ​ຂອງ​ສູນ​ການ​ແພດ​ມະ​ຫາ​ວິ​ທະ​ຍາ​ໄລ​ປິ​ສ​ເປີກ​ອາ​ເມ​ຣິ​ກາ​ກ່າວ​ວ່າ, ປັດ​ຈຸ​ບັນ​ທົ່ວ​ໂລກ​ລ້ວນ​ແຕ່​ມາ​ນະ​ຄອນ​ຊຽງ​ໄຮ​ເພື່ອສະ​ແຫວງ​ຫາໝາກ​ຜົນ​ແລະ​ບົດ​ຮຽນ​ການ​ພັດ​ທະ​ນາ​ຫຼ້າ​ສຸດ, ສະ​ແດງ​ໃຫ້​ເຫັນ​ວ່າ​ຈີນ​ມີກ​ານ​ປ່ຽນ​ແປງ​ໃຫຍ່​​ຢ່າງ​ແທ້​ຈິງ. ທ່ານ​ເຫັນ​ວ່າ, ພາຍ​ໃຕ້​ສະ​ພາບ​ການ​ທີ່​ຊັບ​ພະ​ຍາ​ກອນ​ມີ​ຄວາມ​ຈຳ​ກັດ, ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ແລະ​ການ​ປະ​ດິດ​ສ້າງ​ໃໝ່​ສາ​ມາດ​​ສ້າງ​ມູນ​ຄ່າ​ມະ​ຫາ​ສານ.

ທ່ານ​ອາ​ເລັກ​ຈັນ​​ໂດ​ຣ ຊາ​ເລ​ສ ທີ່​ປຶກ​ສາ​ການ​ຄ້າ​ຂອງ​ສະ​ຖານກົງ​ສູນ​ໃຫຍ່​ແມັກ​ຊິກ​ປະ​ຈຳ​ຊຽງ​ໄຮ​ກ່າວ​ຕໍ່​ນັກ​ຂ່າວ​ວ່າ, ໃນ​ຫຼາຍ​ປີ​ຜ່ານ​ມາ, ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອ​ງ​ຈີນ​ນັບ​ມື້​ນັບ​ກວ້າງ​ຂວາງກວ່າ​ເກົ່າ, ມີ​ໄຕ​ຕີ​ຈິດ​ຕໍ່​ເພື່ອນ​ຕ່າງ​ປະ​ເທດ​ຂອງ​ໂລກ, ໃນ​ຂະ​ນະ​ດຽວ​ກັນ​ທີ່​ຈີນຮັກ​ສາ​ການ​ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ​ນັ້ນ, ​ຍັງ​ໄດ້​ສ້າງ​ໂອ​ກາດ​ທາງ​ການ​ຕະ​ຫຼາດ​ໃຫ້​ແກ່​​ບັນ​ດາປະ​ເທດ​ຫຼາຍກວ່າ​ເກົ່າ. ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ​​ຄື​ການ​ເບິ່ງກວ້າງມອງ​ໄກ​ທົ່ວ​ໂລກ, ມີ​ຄວາມກວມ​ລວມ​ຫຼາຍກວ່າ​ເກົ່າ.

ຄຳ​ເຫັນ

0