覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອະ​ດີດ​ນັກ​ການ​ທູດ​ ແມັກ​ຊິກ​ຫວັງ​ວ່າ​ຈີນ​ຈະ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຕະຫຼອດ​ໄປ

2018-11-12 10:30:35 CRI

ເມື່ອ​ບໍ່​ດົນ​ມາ​ນີ້,​ຢູ່​ນະ​ຄອນຫຼວງ​ແມັກ​ຊີ​ໂກ​ຊີ​ຕີ ປະ​ເທດ​ແມັກ​ຊິກ, ທ່ານ​ເຊີ​ຈິ​ໂອ ເລ​ໂລ​​ເປ​ສ ອະ​ດີດ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ແມັກ​ຊິກ​ປະ​ຈຳ​ຈີນ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ: ການ​ປະ​ຕິ​ຮູບ​ແລະ​​ເປີດປະ​ຕູ​ສູ່​ພາ​ຍນອກ​ຂອງ​ຈີນ​ໄດ້​ຮັບ​ຜົນ​ງານ​ທີ່​ໂດດ​ເດັ່ນ​ແລະ​ມີ​ຜົນ​ສະ​ທ້ອນ​ໃນ​ໄລ​ຍະ​ຍາວ​ແລະ​ເລິກ​ເຊິ່ງ, ຫວັງ​ວ່າ​ໃນ​ຕໍ່​ໜ້າ, ຈີນ​ຈະ​ເປີດ​ປະ​ຕູ​ຕໍ່​ໂລກ​ຕະຫຼອດ​ໄປ​ໃນ​ຂະ​ບວນ​ການ​ດຳ​ເນີນ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາ​ຍນອກ.
 

 ທ່ານ​ເຊີ​ຈິ​ໂອ ​ເລ​ໂລ​ເປ​ສ​ຢືນ​ຢັນ​ວ່າ ໃນ​ໄລ​ຍະ 40 ປີ​ຜ່ານ​ມາ, ນະ​ໂຍ​ບາຍ​ປະ​ຕິ​ຮູບ​ແລະ​​ເປີດປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ​ໄດ້​ຮັບ​ຜົນ​ງານ​ທີ່​ໂດດ​ເດັ່ນ, ໃນ​ໂລກ​ນີ້​ບໍ່​ເຄີຍ​ມີ​ສົງ​ຄົມ​ໃດ​ທີ່​ສາ​ມາດ​ຍາດ​ໄດ້​ຜົນ​ສຳ​ເລັດ​ໃຫຍ່ຫຼວງ​ເທົ່າ​ທຽມ​ກັບ​ຈີນ​ໄດ້​ພາຍ​ໃນ​ເວ​ລາ​ອັນ​ສັ້ນໆ.
 

ຕາມ​ທ່ານ​ເຊີ​ຈິ​ໂອ ​ເລ ໂລ​ເປ​ສ​ເຫັນ​ວ່າ: ຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​ທີ່​ຈີນ​ສະ​ເໜີ​ອອກ​ມາ​ນັ້ນ​ມີ​ຜົນ​ສະ​ທ້ອນ​ໃນ​ໄລ​ຍະ​ຍາວ​ແລະ​ເລິກ​ເຊິ່ງ, ບັນ​ດາ​ປະ​ເທດ​ອາ​ເມ​ຣິ​ກາ​ລາ​ຕິນ​ຄວນ​ເຂົ້າ​ຮ່ວມ​ຂໍ້​ລິ​ເລີ່ມ​ດັ່ງ​ກ່າວ​ເພື່ອ​ຍາດ​ແຍ່ງ​ເອົາ​ຜົນ​ປະ​ໂຫຍດ​ຈາກ​ການຮ່ວມ​ກັນ​ຊົມ​ໃຊ້​ໝາກ​ຜົນ​ແຫ່ງ​ການ​ປະ​ຕິ​ຮູບ​ແລະ​​ເປີດປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ. ທ່ານ​ຢືນ​ຢັນ​ວ່າ, ປັດ​ຈຸ​ບັນ, ຈີນ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຫຼື​ອັນ​ດັບ​ສອງ​ຂອງຫຼາຍໆ​ປະ​ເທດ​ອາ​ເມ​ຣິ​ກາ​ລາ​ຕິນ. ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ​ອາ​ເມ​ຣິ​ກາ​ລາ​ຕິນ​ຕັດ​ແຍກ​ອອກ​ຈາກ​ຈີນ​ບໍ່​ໄດ້, ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ທີ່​ລະ​ບຸ​ໃນຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”​​ເປັນ​ໜຶ່ງ​ໃນ​ບັນ​ດາ​ເສົາ​ຄ້ຳ​ສຳ​ຄັນ​ໃນ​ການ​ຊຸກ​ຍູ້ການ​ພັດ​ທະ​ນາ​ຂອງ​ອາ​ເມ​ຣິ​ກາ​ລາ​ຕິນ.
 

ຕໍ່​ກໍ​ລະ​ນີ​ທີ່​ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ທີ່​ຟື້ນ​ຄືນ​ໃນ​ໂລກ​ປັດ​ຈຸ​ບັນ, ທ່ານ​ເຊີ​ຈິ​ໂອ ​ເລ​ໂລ​ເປ​ສ​ກ່າວ​ວ່າ: ​ການ​ທີ່​ຈີນ​ລົງ​ເລິກ​ການ​ປະ​ຕິ​ຮູບ​ແລະ​ເປີດປະ​ຕູ​ສູ່​ພາຍນອກ, ​ເປັນ​ການເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ໃນ​ຖາ​ນະ​ເປັນ​ປະ​ເທດ​ໃຫຍ່,​ໄດ້ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ການ​ຄ້າ​ເສ​ລີ​ທົ່ວ​ໂລກ​ນັ້ນ ຈະ​ສ້າງ​ຜົນ​ປະ​ໂຫຍດ​ດ້ານ​ການ​ພັດ​ທະ​ນາ​ໃຫ້​ແກ່​​ປະ​ເທດ​ຕ່າງໆຫຼາຍກວ່າ​ເກົ່າ.

ຄຳ​ເຫັນ

0