吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ເລຂາທິການ​ໃຫຍ່​ອົງການ ສປຊ ຮຽກຮ້ອງ​ບັນດາ​ປະ​ເທດ​ສະໜັບສະໜູນ​ລັດທິ​ຫຼາຍ​ຝ່າຍ

2018-11-12 17:08:07 cri

ວັນ​ທີ 11 ພະຈິກ​ນີ້, ທ່ານ​ອັນ​ໂຕ​ນີ​ໂອ ກູ​ເຕີ​ເຣສ ​ເລຂາທິການ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ​ໄດ້​ກ່າວ​ຢູ່​ນະຄອນຫຼວງ​ປາຣີປະ​ເທດຝຣັ່ງວ່າ: ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ສະໜັບສະໜູ​ນ​ລັດທິ​ຫຼາຍ​ຝ່າຍ ​ເພື່ອ​ຮັບ​ມື​ກັບ​ຄວາມ​ບໍ່​ເປັນ​ທຳ​ທາງ​ສັງຄົມ, ການ​ແຜ່ຜາຍ​ອາວຸດ​ນິວ​ເຄຼຍ, ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ ​ແລະ​ສິ່ງ​ທ້າ​ທາຍ​ຂອງ​ໂລກ​ອື່ນໆ.

ທ່ານ​ກູ​ເຕີ​ເຣສ​ໄດ້​ກ່າວ​ປາ​ໄສ​ໃນ​ເວທີ​ປຶກສາ​ຫາລື​ສັນຕິພາບ​ປາຣີຄັ້ງ​ທຳ​ອິດ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ​ວ່າ: ຄວາມ​ເປັນ​ຈິງ​ໄດ້​ຢັ້ງຢືນ​ວ່າ: ການຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ​ໂດຍ​ຜ່ານ​ການ​ຮ່ວມ​ມື​ລັດທິ​ຫຼາຍ​ຝ່າຍ​ໄດ້​ຮັບ​ໝາກຜົນ​ຢ່າງ​ຫຼວງ​ຫຼາຍ, ​​ໃນ​ເງື່ອນ​ໄຂ​ປັດຈຸບັນ​ນີ້, ​ທົ່ວ​ໂລກ​ຜະ​ເຊີນ​ໜ້າ​ກັບລັດທິ​ກໍ່​ການ​ຮ້າຍ ​ແລະ​​ໄພ​ຂົ່ມຂູ່​ຫຼາຍ​ຊະນິດ​ນັ້ນ, ລັດທິ​ຫຼາຍຝ່າຍ​ບໍ່​ພຽງ​ແຕ່​ເປັນ “ຄວາມ​ມຸ້ງ​ຫວັງ​ອັນ​ແຮງ​ກາ”, ຍັງ​ເປັນ “ສິ່ງ​ທີ່​ຂາດ​ບໍ່​ໄດ້”.

ທ່ານກ່າວ​ເນັ້ນ​ອີກ​ວ່າ: ຖ້າ​ປະ​ຖິ້ມ​ລັດທິ​ຫຼາຍຝ່າຍ, ລັດຖະບານ​ບັນດາ​ປ​ະ​ເທດ​ຈະ​ບໍ່​ສາມາດ​ຕອບສະໜອງ​ຄວາມ​ຄາດມຸ້ງ​ຂອງ​ປະຊາຊົນ​ທີ່​ຢາກ​ໄດ້​ຮັບ​ການ​ປົກ​ປ້ອງ​ນັ້ນ.

ຄຳ​ເຫັນ

0