覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ນຳ​ອີ​ຣານ​ກ່າວ​ວ່າ ນັບ​ແຕ່​ອາ​ເມ​ຣິ​ກາຮື້​ຟື້ນມາດ​ຕະ​ການ​ຂວ້ຳ​ບາດ​ຕໍ່​ອີ​ຣານ​ມາ​ນີ້​ບໍ່​ໄດ້​ສົ່ງ​ຜົນ​ສະ​ທ້ອນ​ຕໍ່​ເສດ​ຖະ​ກິດ​ອີ​ຣານ​ແຕ່​ຢ່າງ​ໃດ

2018-11-12 11:10:40 cri

 ວັນ​ທີ 10 ພະ​ຈິກ​ນີ້, ໃນ​ເວ​ລາ​ຖະ​ແຫຼງ​ຜ່ານ​ທາງ​ໂທ​ລະ​ພາບ, ທ່ານຮັດ​ຊັນ ຣູ​ຮາ​ນີ ປະ​ທາ​ນາ​ທິ​ບໍ​ດີ​​ອີ​ຣານ​ຢືນ​ຢັນ​ວ່າ: ມາດ​ຕະ​ກ​ານ​ຂວ້ຳ​ບາດ​ໃໝ່​ທີ່​ອາ​ເມ​ຣິ​ກາ​ໃຊ້​ກັບ​ອີ​ຣານ​ນັ້ນ​ບໍ່​ໄດ້​ເກີດ​ຜົນ​ສະ​ທ້ອນ​ໃດໆ​ຕໍ່​ເສດ​ຖະ​ກິດ​ອີ​ຣານ.
 

ທ່ານ​ຣູ​ຮາ​ນີ​ຍັງ​ໄດ້​ຕອບ​ໂຕຸ້​ຖ້ອຍ​ຄຳຂອງ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ທີ່​ວ່າ ມາດ​ຕະ​ການ​ຂວ້ຳ​ບາດ​ຮອບ​ໃໝ່​ແມ່ນ​ຖື​ລັດ​ຖະ​ບານ​ອີ​ຣານ​ເປັນ​ເປົ້າ​ໝາຍ​ແຕ່​ບໍ່​ແມ່ນ​ປະ​ຊາ​ຊົນ​ອີ​ຣານ. ທ່ານ​ຣູ​ຮາ​ນີ​ກ່າວ​ວ່າ: ຜູ້​ທີ່​ໃຊ້​ມາດ​ຕະ​ການ​ຂວ້ຳ​ບາດ​ທີ່​ຜິດ​ກົດ​ໝາຍ​ເພື່ອ​ເພີ່ມ​​ຄວາມກົດ​ດັນ​ຕໍ່​ປະ​ຊາ​ຊົນ​ອີ​ຣານ​ນັ້ນ​ ບໍ່​ແມ່ນ​ຜູ້​ອື່ນ ຫາກ​ແມ່ນ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ນັ້ນ​ເອງ, ປະ​ຊາ​ຊົນ​ອີ​ຣານ​ໄດ້ຕໍ່​ຕ້ານ​ຢ່າງ​ເດັດ​ດ່ຽວ​ຕໍ່​ມາດ​ຕະ​ການ​ຂວ້ຳ​ບາດ​ຂອງ​ອາ​ເມ​ຣິ​ກາ​ແລ້ວ.
 

ທ່ານ​ຣູ​ຮາ​ນີ​​ຢືນ​ຢັນວ່າ: ພຶດ​ຕິ​ກຳ​ໄດ້​ພິ​ສູດ​ໃຫ້​ເຫັນ​ວ່າ ອາ​ເມ​ຣິ​ກາ​ບໍ່​ມີ​ຄວາມ​ສາ​ມາດ​ເຮັດ​ໃຫ້​ອີ​ຣານຫຼຸດ​ຜ່ອນ​ການ​ສົ່ງ​ອອກ​ນ້ຳ​​ມັນໃຫ້​ໜ້ອຍ​ລົງ​ຈົນ​ເຖິງ​ຂັ້ນ​ບໍ່​ສາ​ມາດ​ສົ່ງ​ອອກ​ໄດ້, ກ່ຽວ​ກັບ​ເລື່ອງນີ້, ລັດ​ຖະ​ບານ​ອາ​ເມ​ຣິ​ກາໄດ້​ຍອມ​ຮັບ​ແລ້ວ​ໃນ​ເມື່ອ​ບໍ່​ດົນ​ມາ​ນີ້​. ​ທ່ານ​ຣູ​ຮາ​ນີ​ຍັງ​ກ່າວ​ຕື່ມ​ອີກວ່າ: ປັດ​ຈຸ​ບັນ, ອີ​ຣານ​ຢູ່​ໃນ​ສະ​ພາບ​ທີ່​ດີຫຼາຍ, ເຊິ່ງ​ຈະ​ສາ​ມາດ​ຕອບ​ສະ​ໜອງ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ດ້ານ​ຊີ​ວິດ​ການ​ເປັນ​ຢູ່​ຂັ້ນ​ພື້ນ​ຖານ​ຂອງ​ປະ​ຊາ​ຊົນ​ເປັນ​ໄລ​ຍະ​ຍາວ​ໄດ້.

 

 

ຄຳ​ເຫັນ

0