蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສ​ປ​ປ ເກົາຫຼີ​ກ່າວ​ຕຳ​ໜິ​ ສ.ເກົາຫຼີ​ ແລະ ອາ​ເມ​ຣິ​ກາ​ຟື້ນ​ຟູ​ການ​​ຊ້ອມຮົບ​ຮ່ວມ​ຂອງກອງ​ທະ​ຫານ​ເຮືອ​ສະ​ເທືອນ​ນ້ຳ​ສະ​ເທືອນ​ບົກ

2018-11-13 16:35:18 CRI

ໜັງ​ສື​ພິມ “ໂຣ​ດົງ​ຊິມ​ມູນ” ສຽງ​ຂອງ​ສູນ​ກາງ​ພັກ​ແຮງ​ງານ​ເກົ​າຫຼີ​ສະ​ບັບ​ວັນ​ທີ 12 ພະ​ຈິກ​ນີ້​ໄດ້​ພິມ​ບົດ​ຄວາມ ໂດຍກ່າວ​ຕຳ​​ໜິ ສ.ເກົາຫຼີ​ ແລະ ອາ​ເມ​ຣິ​ກາ​ທີ່​ຟື້ນ​ຟູ​ການ​ ຊ້ອມ​ຮົບ​ຮ່ວມ​ຂອງກອງ​ທະ​ຫານ​ເຮືອ​ສະ​ເທືອນ​ນ້ຳ​ສະ​ເທືອນ​ບົກ ທີ່​ໄດ້​ຢຸດ​ຕິ​ມາ​ເປັນ​ເວ​ລາ 6 ເດືອນ ໂດຍ​ກ່າວ​ວ່າ, ການ​ກະ​ທຳ​ດັ່ງ​ກ່າວ​ໄດ້​ແນ​ໃສ່ ສ​ປ​ປ ເກົາຫຼີ​ຢ່າງ​ເປີດ​ແປນ ແລະ ຜິດ​ກັບ​ຈິດ​ໃຈ​ຂອງ​ສັນ​ຍາ​ການ​ທະ​ຫານ​ທີ່ ສ​ປ​ປ ເກົາຫຼີ ແລະ​ ສ.ເກົາຫຼີ​ເຊັນ​ກັນ​ໃນ​ເດືອນ​ກັນ​ຍາ​ຜ່ານ​ມາ​ນີ້ ແລະ ຜິດ​ກັບເນື້ອ​ໃນ​ຈິດ​ໃຈ​ຂອງ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ແຫຼມ​ເກົາຫຼີ.

ບົດ​ຄວາມ​ຂຽນ​ຕື່ມ​ວ່າ, “ສັນ​ຍາ​ໃນ​ຂົງ​ເຂດ​ການ​ທະ​ຫານ​ຂອງ “ຖະ​ແຫຼງ​ການ​ປານ​ມຸມ​ຈອມ”” ເປັນ​ສັນ​ຍາ​ທີ່ນອນ​ຢູ່​ໃນ “​ຖະ​ແຫຼງ​ການ​ຮ່ວມ​ພຽງ​ຢາງ​ເດືອນ​ກັນ​ຍາ” ທີ່​ເໜືອ​ໃຕ້​ເຊັນ​ກັນ. ການ​ທີ່ຟື້ນ​ຟູ​ການ​​ຊ້ອມຮົບ​ດັ່ງ​ກ່າວ​ໄດ້​ຜິດ​ກັບ​ຄຳ​ໝັ້ນ​ສັນ​ຍາ​ໃນ​ສັນ​ຍາ​ຂົງ​ເຂດ​ການ​ທະ​ຫານ​ເໜືອ​ໃຕ້​ທີ່​ມີ​ຈຸດ​ປະ​ສົງ​ລົບ​ລ້າງ​ຄວາມ​ອັນ​ຕະ​ລາຍຂອງ​ສົງ​ຄາມໃນ​ທົ່ວ​ແຫຼມ​ເກົາຫຼີ​ຢ່າງ​ແທ້​ຈິງ ແລະ ລົບ​ລ້າງ​ການ​ພົວ​ພັນ​ທີ່​ເປັນ​ປໍ​ລະ​ປັກ​ກັນ​ຢ່າງ​ສິ້ນ​ເຊີງ. ເພື່ອ​ຊຸກ​ຍູ້​ໃຫ້​ສະ​ພາບ​ການ​ແຫຼມ​ເກົາຫຼີ​ຂະ​ຫຍາຍ​ໄປ​ສູ່​ທິດ​ທາງ​ແກ່​ການ​ສົນ​ທະ​ນາ​ແລະ​ສັນ​ຕິ​ພາບ, ບໍ່​ຄວນ​ມີ​ການ​ເຄື່ອນ​ໄຫວ​ທາງ​ການ​ທະ​ຫານ​ທີ່​ແນ​ໃສ່​ຝ່າຍ​ກົງ​ກັນ​ຂ້າມ, ຫາກ​​ແຕ່​ມີ​ການ​ກະ​ທຳ​ທີ່​ສົມ​ເຫດ​ສົມ​ຜົນ​ທີ່​ມີ​ຜົນ​ດີເພື່ອ​ຊ່ວຍ​ຫຼຸດ​ຜ່ອນ​ສະ​ພາບ​ການ​ເຄັ່ງ​ຕຶ​ງ.

ຄຳ​ເຫັນ

0