黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຊິດ​ນີຈະ​ຈັດ​ງານ​​ໄຟ​ແສງ​ສີປີ​ໃໝ່​ຈີນ 5 ປີ​ລຽນຕິດ

2018-11-13 16:28:04 CRI

ງານ​​​ໄຟ​​ແສງ​ສີປີ​ໃໝ່​ຈີນ​ຢູ່ຊິດ​ນີຄັ້ງທີ 5 ຈະ​ຈັດ​ຂຶ້ນຢູ່​ທ່າ​ເຮືອດາ​ລິ້ງ(Darling Harbour) ນະຄອນ​ຊິດນີ ປະ​ເທດ​ອົສຕຣາລີ​ແຕ່​ວັນ​ທີ 14-17 ກຸມພາ​ປີໜ້າ ​ໂດຍ​ໃນ​ກິດຈະກຳ​ດັ່ງກ່າວ​ທີ່​ຈະ​ດຳ​ເນີນ​ໄປ​ເປັນ​ເວລາ 4 ວັນນັ້ນ, ຊາວ​ຕ່າງປະ​ເທດ​ເຊື້ອສາຍ​ຈີນ​ແລະ​ຊາວຈີນ​ຕ່າງ​ດ້າວ​ຢູ່​ນະຄອນ​ຊິດ​ນີ, ນັກ​ທ່ອງ​ທ່ຽວ ​ແລະ​ບຸກຄົນອື່ນໆ ຈະ​ໄດ້​ໄປ​ທ່ຽວ​ຊົມ​​ໄຟ​ແສງ​ສີ​ທີ່​ເປັນຮູບ​ຕ່າງໆທີ່​ງົດ​ງາມມີ​ສີສັນ​ພິ​ເສດ​ຂອງ​ຈີນ ​ແລະ ​ເບິ່ງຊົມ​ການສະ​ແດງສິລະ​ປະ​ວັນນະຄະດີ​ຂອງ​ສິລະ​ປິນຈີນ ​ເພື່ອ​ສະ​ເຫຼີມສະຫຼອງປີ​ໃໝ່​ປີ​ກຸນ​ຕາມ​ຈັນທະຄະຕິ​ຈີນ.

ກ່ອນ​ໜ້າ​ນີ້, ງານ​ໄຟ​ແສງ​ສີ​ປີ​ໃໝ່​ຈີນ​ຢູ່​ນະຄອນ​ຊິດ​ນີ ​ໄດ້​ດຳ​ເນີນ​ມາ 4 ຄັ້ງລຽນຕິດ​ແລ້ວ ​ໃນ 4 ປີຜ່ານມາ, ມີ​ຊາວ​ຕ່າງປະ​ເທດ​ເຊື້ອສາຍ​ຈີນ​ແລະ​ຊາວຈີນ​ຕ່າງ​ດ້າວ, ຊາວ​ທ້ອງ​ຖິ່ນ ​ແລະ ນັກ​ທ່ອງ​ທ່ຽວ​ຈາກ​​ແຫ່ງ​ຕ່າງ​ໆ​ຂອງ​ໂລກ ຫຼາຍກວ່າ​ລ້ານ​ຄົນ​ໄດ້​ໄປ​ທ່ຽວ​ຊົມ​ງານ​ໄຟ​ແສງ​ສີ​ຢູ່​ທ່າ​ເຮືອ​ດາ​ລິ້ງ. ​ງານ​ໄຟ​ແສງ​ສີ​ດັ່ງກ່າວ​ເປັນກິດຈະກຳສະຫຼອງປີ​ໃໝ່​ຈີນ​ຂະໜາດ​ໃຫຍ່​ທີ່​ສຸດ​​ໃນ​ເຂດ​ຊຸມ​ຊົນ​ຊາວ​ຈີນ​ຢູ່​ນະຄອນ​ຊິດ​ນີ ​ແລະ​ກາຍ​ເປັນ​ສ່ວນ​ປະກອບ​ສຳຄັນ​ທີ່​ຂາດ​ບໍ່​ໄດ້​ສຳລັບ​ສັງຄົມ​ວັດທະນະທຳຫຼາຍ​ເຄົ້າຂອງ​ອົສຕຣາລີ​ ​ເຊິ່ງ​ໄດ້ເພີ່ມ​ສີສັນ​ໃຫ້​ແກ່​ຊີວິດ​ວັດທະນະທຳ​ຂອງ​ປະຊາຊົນ​ທ້ອງ​ຖິ່ນ.

ຄຳ​ເຫັນ

0