吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຊຸດຝຶກ​ອົບຮົມ​ກົດໝາຍ ​ແລະ​ການ​ຄຸ້ມ​ຄອງ​ທະ​ເລ​ຈີນ-ອາຊຽນຄັ້ງ​ທີ 4 ​ໄດ້​ຈັດ​ຂຶ້ນ​ຢູ່​ນະຄອນ​ໄຫ​ໂຂ

2018-11-13 16:59:57 cri

ວັນ​ທີ 12 ພະຈິກ​ນີ້, “ຊຸດ​ຝຶກ​ອົບຮົມ​ລະດັບ​ສູງ​ດ້ານ​ກົດໝາຍ ​ແລະ​ການ​ຄຸ້ມ​ຄອງທາງທະ​ເລ​ຈີນ-ອາ​ຊຽນ” ຄັ້ງ​ທີ 4 ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ໄຫ​ໂຂ​ແຂວງ​ໄຫ​ຫຼຳ​ຈີນ ​ເຊິ່ງມີ​ສຳ​ມະ​ນາກ​ອນ​ຫຼາຍ​ກວ່າ 30 ຄົນ​ທີ່​ມາ​ຈາກອົງການ​ກ່ຽວຂ້ອງ​ກັບ​ທະ​ເລ, ມະຫາວິທະຍາ​ໄລ ​ແລະ​ອົງການ​ຄົ້ນຄວ້າ​​ຈີນ ​ແລະ​ບັນດາ​ປະ​ເທດ​ອາຊຽນ ກໍ​ຄື​ສ.​ເກົາຫຼີ, ສະຫະພັນ​ລັດ​ໄມ​ໂຄຣນີ​ເຊຍ (FSM) ​ແລະ​ເຂດ​ໄຕ້ຫວັນ​ຈີນ​ເຂົ້າ​ຮ່ວມ.

ທ່ານ​ຮົງ​ນົ​ງ ຫົວໜ້າສະ​ຖາ​ບັນ​ຄົ້ນ​ຄວ້າກົມໝາຍ ​ແລະ​ນະ​​ໂຍບາຍ​ທາງ​ທະ​ເລຂອງສະ​ຖາ​ບັນຄົ້ນຄວ້າ​ທະ​ເລ​ຈີນ​ໃຕ້​ຈີນ​ກ່າວ​ວ່າ: ​ໂດຍ​ຜ່ານ​ການຝຶກ​ອົບຮົມ, ສຳ​ມະ​ນາກ​ອນ​ໄດ້​ລົງ​ເລິກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ຊອກ​ຫາ​ຊ່ອງ​ທາງ​ສ້າງປະຊາ​ຄົ​ມຄຸ້ມ​ຄອງ​ທະ​ເລ​ຮ່ວມ​ກັນ ​ແລະສ້າງ​ກົນ​​ໄກ​​ຮ່ວມ​ມື​ໃນ​ພາກ​ພື້ນ.

ຊຸດ​ຝຶກ​ອົບຣົມລັກສະນະ​ນີ້​ຄັ້ງ​ທຳ​ອິດ​ໄດ້​ຈັດ​ຂຶ້ນ​ໃນ​​ເດືອນ​ມັງກອນ​ປີ 2016 ​ເຊິ່ງ​ໄດ້​ກາຍ​ເປັນ​ກົນ​ໄກ​ດ້ານ​ການ​ຝຶກ​ອົບຮົມ​ບຸກຄະລາ​ກອນ ​ແລະ​ການ​​ແລກປ່ຽນ​ວິຊາ​ການ​ໃນຂົງ​ເຂດ​ຄຸ້ມ​ຄອງ​ທະ​ເລ​ລະຫວ່າງ​ຈີນ ​ແລະ​ບັນດາ​ປະ​ເທດ​ອາ​ຊຽນ. ການ​ຝຶກ​ອົບຮົມ​ໄດ້​ເສີມ​ຂະຫຍາຍ​ບົດບາດສຳຄັນ​ໃນ​ການ​ຝຶກ​ອົບຮົມ​ບຸກຄະລາ​ກອນ​ຄຸ້ມ​ຄອງ​ທະ​ເລ, ​ເພີ່ມ​ທະວີ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ລະ​ຫວ່າງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ​ອື່ນໆ, ຂະນະ​ດຽວ​ກັນ​ຍັງ​ປະກອບສ່ວນ​ເຂົ້າ​ໃນ​ການ​ຮ່ວມ​ມື​ຕົວຈິງ​ໃນ​ຂົງ​ເຂດ​ຕ່າງໆ​ທີ່​ກ່ຽວຂ້ອງກັບທະ​ເລ​ລະຫວ່າງ​ຈີນ, ​ບັນດາ​ປະ​ເທດ​ອາ​ຊຽນ ​ແລະ​ອາຊີ​ປາຊີ​ຟິກ, ກໍ​ຄື​ຊຸກຍູ້​ການ​ຮ່ວມມື​ສາກົນ​ພາຍ​ໃຕ້​ຂອບ​​ຂໍ້​ລິ​ເລີ່​ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນທາງ”

ຄຳ​ເຫັນ

0