黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜະລິດ​ຕະພັນ​ກະສິກຳ​ຈີນ​ໄດ້​ຕາມ​ມາດຕະຖານ​ເຖິງ 97,6%

2018-11-13 14:53:33 CRI

​ແຫຼ່ງຂ່າວ​ຈາກ​ກະຊວງ​ກະສິກຳ​ແລະ​ຊົນນະບົດ​ຈີນ​ໃຫ້​ຮູ້​ໃນ​ວັນ​ທີ 12 ພະຈິກ​ນີ້​ວ່າ: ໃນ​ໄຕ​ມາດ​ທີ 3 ຂອງປີ​ນີ້, ຜົນ​ການ​ຕິດຕາມກວດກາ​ປົກກະຕິຕໍ່​ຄວາມ​ປອດ​ໄພ​ດ້ານ​ຄຸນ​ນະພາ​ບຂອງ​ຜະລິດ​ຕະພັນ​ກະສິກຳ​ທົ່ວ​ປະ​ເທດ​ໄດ້​ຕາມ​ມາດຕະຖານ​ການ​​ກ​ວດກາຕົວຢ່າງ​ໄດ້​ບັນລຸ​ເຖິງ 97,6%.

ຂ່າວ​ລາຍ​ງານ​ວ່າ ການ​ຕິດຕາມກວດກາ​ເທື່ອ​ນີ້​ໄດ້​ກວມ​ເອົາ​ຖານການ​ປູກ-​ຜະລິດຜັກ​ສົດ 470 ​ແຫ່ງ, ​ໂຮງຂ້າ​ໝູ​ 162 ​ບ່ອນ, ລົດ​ຂົນ​ສົ່ງ​ຜະລິດ​ຕະພັນ​ນ້ຳ​ແລະ​ອ່າງ​ພັກສັດ​ນ້ຳລວມ​ 382 ຄັນ/ອ່າງ, ຕະຫຼາດຂາຍຍົກ​ຜະລິດ​ຕະພັນ​ກະສິກຳ​ແລະ​ຊຸບ​ເປີ​ມາ​ເກັດ 1.550 ​ແຫ່ງ ທີ່​ແຈກ​ຢາຍ​ສິນຄ້າຢູ່​ໃນຕົວ​ເມືອງ​ໃຫຍ່​ແລະ​ປານ​ກາງ 153 ​ຕົວ​ເມືອງ​ໃນ 31 ​ແຂວງ, ​ເຂດ​ປົກຄອງ​ຕົນ​ເອງ, ກຳ​ແພງ​ນະຄອນ ​ແລະອີກ 5 ຕົວ​ເມືອງ​ຕ່າງຫາກ, ​​ໃນ​ນັ້ນ​ໄດ້​ນຳ​ເອົາ​ຕົວຢ່າງ​ມາກ​ວດກາ 10.042 ຕົວຢ່າງ; ​ໃນ​ນີ້, ອັດຕາ​ໄດ້​ຕາມ​ມາດຕະຖານ​ຂອງ​ຜະລິດ​ຕະພັນ​ຕ່າງໆ ຄື: ຜັກ​ສົດ 97,3%, ໝາກ​ໄມ້ 98,8%, ຜະລິດ​ຕະພັນ​ສັດລ້ຽງ 98,6% ​ແລະ ຜະລິດ​ຕະພັນ​ນ້ຳ 95,5%.

ຄຳ​ເຫັນ

0