覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ຮົງ​ກົງ​ມາ​ກາວສະ​ເຫຼີມ​ສະຫຼອງປະ​ເທດ​ຊາດປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກຄົບ​ຮອບ 40 ປີ

2018-11-13 10:08:37 cri

图片默认标题_fororder_huilshflnsnsjifjhishfsfe1

​ຕອນ​ເຊົ້າ​ວັນ​ທີ 12 ພະ​ຈິກ​ນີ້​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ທີ່​ນະ​ຄອນຫຼວງ​ປັກ​ກິ່ງ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ວົງ​ການ​ຕ່າງໆ​ຂອງ​ຮົງ​ກົງ​ມາ​ກາວ​ທີ່​ເດີນ​ທາງ​ມາ​ຢ້ຽມ​ຢາມ​ເພື່ອ​ສະ​ເຫຼີມ​ສະຫຼອງ​ປະ​ເທດ​ຊາດ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຄົບ​ຮອບ 40 ປີ.

图片默认标题_fororder_huilshflnsnsjifjhishfsfe2

 ທ່ານ​ສີ​ຈິ້ນ​ຜິງກ່າວ​ເນັ້ນ​ວ່າ: ໃນ​ຂະ​ບວນ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ປະ​ເທດ​ຊາດ​ໃນ​ຍຸກ​ໃໝ່, ຮົງ​ກົງ​ແລະ​ມາ​ກາວ​ຍັງ​ຄົງ​ມີ​ຖາ​ນະ​ພິ​ເສດ​ແລະ​ທ່າ​ແຮງ​ບົ່ມ​ຊ້ອນ​ຂອງ​ຕົນ​ເອງ​ ແລະ​ຍັງ​ຄົງ​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ບໍ່​ສາ​ມາດ​ເຂົ້າ​ແທນ​ໄດ້. ຫວັງ​ວ່າ​ພີ່​ນ້ອງ​ຮ່ວມ​ຊາດ​ຮົງ​ກົງ​ມາ​ກາວ​ຈະ​ສືບ​ຕໍ່​ປະ​ກອບ​ສ່ວນ​ເຂົ້າ​ໃນ​ວຽກ​ງານ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ປະ​ເທດ​ຊາດ​ດ້ວຍ​ນ້ຳ​ໃຈ​ຮັກ​ຊາດ​ຢ່າງ​ຈິງ​ໃຈ​ແລະ​​ຈິດ​ໃຈ​ທີ່ກ້​າ​ເຮັດ​ກ່ອນ​ໝູ່, ກ້າວ​ໜ້າ​ໄປ​ພ້ອມ​ຍຸກ​ສະ​ໄໝ, ເຊື່ອມ​ໂຍງ​ເຂົ້າ​ໃນ​ພາ​ລະ​ກິດ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ​ເພື່ອ​ບັນ​ລຸ​ໃຫ້​ຮົງ​ກົງ,ມາ​ກາວ​ພັດ​ທະ​ນາ​ໃຫ້​ດີກວ່າ​ເກົ່າ, ຮ່ວມ​ກັນ​ຂຽນ​ໜ້າປະ​ຫວັດ​ສາດ​ໃໝ່​ແຫ່ງ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ທີ່​ຍິ່ງ​ໃຫຍ່​ຂອງເຊື້ອ​ຊາດ​ຈີນ.
 

 ຂະ​ນະ​ດຽວ​ກັນ, ທ່ານ​ສີ​ຈິ້ນ​ຜິງ​ຍັງ​ໄດ້​ຝາກ​ຄວາມ​ຫວັງ 4 ຂໍ້​ນຳ​ຄະ​ນະ​ຜູ້​ແທນ​ຮົງ​ກົງ​ມາ​ກາວ​ຄື ໜຶ່ງ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ວຽກ​ງານ​ເປີດ​ປະ​ຕູ​ສູ່​ພາຍນອກ​ຮອບ​ດ້ານ​ຂອງ​ປະ​ເທດ​ຊາດ​ຢ່າງ​ຕັ້ງ​ໜ້າ​ແລະ​ເປັນ​ເຈົ້າ​ການຫຼາຍກວ່າ​ເກົ່າ. ສອງ, ເຊື່ອມ​ໂຍງ​ເຂົ້າ​ໃນ​ວຽກ​ງານ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ​ຢ່າ​ງຕັ້ງ​ໜ້າ​ແລະ​ເປັນ​ເຈົ້າ​ການຫຼາຍກວ່າ​ເກົ່າ. ສາມ, ມີ​ສ່ວນ​ຮ່ວມ​ເຂົ້າ​ໃນ​ການ​ຄຸ້ມ​ຄອງປະ​ເທດ​ຢ່າງ​ຕັ້ງ​ໜ້າ​ແລະ​ເປັນ​ເຈົ້າ​ການຫຼາຍກວ່າ​ເກົ່າ. ສີ່, ສົ່ງ​ເສີມ​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ຊາດ​ຢ່າງ​ຕັ້ງ​ໜ້າ​ແລະ​ເປັນ​ເຈົ້າ​ການຫຼາຍກວ່າ​ເກົ່າ.
 

ສຸດ​ທ້າຍ, ທ່ານ​ສີ​ຈິ້ນ​ຜິງຫວັງ​ໃຫ້​ພີ່​ນ້ອງ​ຮ່ວມ​ຊາດ​ພ້ອມ​ບຸກ​ຄົນ​ວົງ​ການ​ຕ່າງໆ​ຮົງ​ກົງ​ມາ​ກາວ​ທັງຫຼາຍ​ຈະ​ຮ່ວມ​ກັບ​ປະ​ຊາ​ຊົນ​ແຜ່ນ​ດິນ​ໃຫຍ່​ຈີນ​ບຸກ​ເບີກ​ການ​ສ້າງ​ສະ​ພາບ​ການໃໝ່​ແຫ່ງ​ພາ​ລະ​ກິດ​ “ປະ​ເທດ​ດຽວ​​ ສອງ​ລະ​ບອບ”, ສາ​ມັກ​ຄີ​ສູ້​ຊົນ​ເພື່ອ​ສ້າງ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ດີ​ງາມກວ່າ​ເກົ່າ​ໃຫ້​ພີ່​ນ້ອງ​ຮ່ວມ​ຊາດ​ຮົງ​ກົງ​ມາ​ກາວ​ແລະ​ເພື່ອ​ບັນ​ລຸ​ຄວາມ​ໄຝ່​ຝັນ​ຂອງ​ຈີນ​ທີ່​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ທີ່​ຍິ່ງ​ໃຫຍ່​ຂອງ​​ເຊື້ອຊາດ​ຈີນ.

ຄຳ​ເຫັນ

0