覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈັດ​ງານ​ວາງ​ສະ​ແດງ​ຮູບ​ພາບປະ​ຫວັດ​ສາດແຮງ​ງານ​ເຊື້ອ​ຊາດ​ຈີນ​ສະ​ໄໝ​ສົງ​ຄາມ​ໂລກ​ຄັ້ງ​ທີ​1ຢູ່​ປາ​ຣີ

2018-11-13 10:21:45 cri

图片默认标题_fororder_yishhfhlshufgosfe1.JPG
 

ງານ​ວາງ​ສະ​ແດງ​ຮູບ​ພາບປະ​ຫວັດ​ສາດຂອງ​ແຮງ​ງານເຊື້ອ​ຊາດ​ຈີນ​ສະ​ໄໝ​ສົງ​ຄາມ​ໂລກ​ຄັ້ງ​ທີ1​ພາຍ​ໃຕ້​ຫົວ​ຂໍ້ “ຈື່​ຈຳ​ປະ​ຫວັດ​ສາດ, ​ຫວງ​ແຫນ​ສັນ​ຕິ​ພາບ”​ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປາ​ຣີ​ປະ​ເທດ​ຝ​ຣັ່ງ​ໃນ​ວັນ​ທີ 12 ພະ​ຈິກ​ນີ້ ໂດຍ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ຫ້ອງ​ການ​ຊາວ​ຈີນ​ຕ່າງ​ດ້າວ​ລັດ​ຖະ​ບານ​ຈີນ​ແລະ​ຫ້ອງ​ການ​ຊາວ​ຈີນ​ຕ່າງ​ດ້າວ​ອົງ​ການ​ປົກ​ຄອງ​ແຂວງ​ຊ່ານ​ຕຸ່ງ​ຈີນເປັນ​ເຈົ້າ​ພາບ​.ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ໄດ້​ວາງ​ສະ​ແດງ​ຮູບ​ພາບປະ​ມານ 200 ແຜ່ນ​ທີ່​ກ່ຽວ​ກັບ​ການ​ເກນ​ແຮງ​ງານ​ຈີນ, ການ​ເດີນ​ທາງ​ໄປ​ຝ​ຣັ່ງ,ການ​ຄຸ້ມ​ຄອງ​ການ​ເຮັດ​ວຽກ, ການ​ດຳ​ລົງ​ຊີ​ວິດ​ກັບ​ການ​ຜັກ​ຜ່ອນ​ຢ່ອນ​ອາ​ລົມ,ການ​ປະ​ກອບ​ສ່ວນ​ແລະ​ການ​ເສຍ​ສະຫຼະ, ການ​ກັບ​ຄືນ​ປະ​ເທດ​ແລະ​ການ​ຢູ່​ຕໍ່​ໃນ​ຝ​ຣັ່ງຫຼັງ​ສົງ​ຄາມ, ການ​ໄຫວ້​ບູ​ຊາ​ຂອງ​ຄົນ​ຮຸ່ນຫຼັງ​ແລະ​ອື່ນໆ, ໃນ​ນີ້​ມີ​​ຮູບຫຼາຍ​ແຜ່ນ​ໄດ້​ນຳ​ມາ​ວາງ​ສະ​ແດງ​ຕໍ່​ຊາວ​ໂລກ​ເປັນ​ເທື່ອ​ທຳ​ອິດ.
 

图片默认标题_fororder_yishhfhlshufgosfe2
 

ຢູ່​ບ່ອນ​ຈັດ​ງານ​ວາງ​ສະ​ແດງ​ຍັງ​ໄດ້​ຈັດ​ກອງ​ປະ​ຊຸມ​ສົນ​ທະ​ນາ​ລະ​ຫວ່າງ​ຜູ້​ຄົ້ນ​ຄວ້າ​ປະ​ຫວັດ​ສາດ​ແຮງ​ງານ​ຈີນ​ໃນ​ສົງ​ຄາມ​ໂລກ​ຄັ້ງ​ທີ 1ກັບ​ຄົນ​ຮຸ່ນຫຼັງ​ຂອງ​ແຮງ​ງານ.

图片默认标题_fororder_yishhfhlshufgosfe3
 

ກ່ອນ​ໜ້າ​ນີ້, ງານ​ວາງ​ສະ​ແດງ​ ຮູບ​ພາບປະ​ຫວັດ​ສາດແຮງ​ງານເຊື້ອ​ຊາດ​ຈີນ​ສະ​ໄໝ​ສົງ​ຄາມ​ໂລກ​ຄັ້ງ​ທີ​1ໄດ້​ວາງ​ສະ​ແດງ​ຢູ່​ອັງ​ກິດ​ແລະ​ແບັນ​ຊິກ​ແລ້ວ, ສຳ​ລັບ​ປາ​ຣີ​ປະ​ເທດ​ຝ​ຣັ່ງ​ເປັນ​ປະ​ເທດ​ສຸດ​ທ້າຍ​ທີ່ຈັດ​ງານ​ວາງ​ສະ​ແດງ​ດັ່ງ​ກ່າວ.

 

ຄຳ​ເຫັນ

0