黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ພາບ​ການໂດຍ​ລວມ​ຂອງເສດ​ຖະ​ກິດ​ຈີນ​ເໜັງ​ຕີງ​ຢ່າງ​ໝັ້ນ​ທ່ຽງ​ໃນ​ເດືອນ​ຕຸ​ລາ

2018-11-14 16:45:51 cri

ທ່ານ​ລິວໄອ້​ຮ​ວາ, ໂຄ​ສົກ​ອົງ​ການ​ສະ​ຖິ​ຕິ​ແຫ່ງ​ຊາດ​ຈີນ​ເປີດ​ເຜີຍ​ໃນ​ວັນ​ທີ 14 ພະ​ຈິກ​ນີ້​ວ່າ, ເບິ່ງ​ຈາກ​ຕົວ​ເລກ​ເໜັງ​ຕີງ​ຂອງ​ເສດ​ຖະ​ກິດ​ແຫ່ງ​ຊາດ​ຈີນ​ໃນ​ເດືອນ​ຕຸ​ລາ, ຕົວ​ເລກ​ຄາດ​ໝາຍ​​ຕົ້ນ​ຕໍ​ລ້ວນ​ແຕ່​ຢູ່​ໃນ​ລະ​ດັບ​ສົມ​ເຫດ​ສົມ​ຜົນ, ສະ​ພາບ​ການ​ໂດຍ​ລວມ​ຂອງເສດ​ຖະ​ກິດ​​ເໜັງ​ຕີງ​ຢ່າງ​ໝັ້ນ​ທ່ຽງ​ບໍ່​ມີ​ການ​ປ່ຽນ​ແປງ, ມີ​ເງື່ອນ​ໄຂ​ພຽງ​ພໍ​ທີ່​ຈະສືບ​ຕໍ່​ຮັກ​ສາ​ການ​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ.

ຕາມ​ຂ່າວ​ແຈ້ງວ່າ, ຜົນ​ຜະ​ລິດ​ອຸດ​ສາ​ຫະ​ກຳ​ຂອງ​ຈີນ​ໃນ​ເດືອນ​ຕຸ​ລາ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ​ໄດ້​ເພີ່ມ​ຂຶ້ນ 5,9%, ດັດ​ຊະ​ນີ​ຂະ​ແໜງ​ການ​ບໍ​ລິ​ການ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ​ເພີ່ມ​ຂຶ້ນ 7,2%, ​ອັດ​ຕາ​ເພີ່ມ​ຂຶ້ນ​ແຕ່​ເດືອນ​ 1 ຫາ​ເດືອນ 10 ຂອງ​ຂະ​ແໜງ​ການ​ອຸດ​ສາ​ຫະ​ກຳ​ແລະ​ຂະ​ແໜງ​ການ​ບໍ​ລິ​ການ​ເທົ່າ​ກັບ​ອັດ​ຕາ​ເພີ່ມ​ຂຶ້ນ​ແຕ່ເດືອນ 1 ຫາ​ເດືອນ 9 ຂອງ​ປີ​ຜ່ານ​ມາ. ມູນ​ຄ່າ​ການ​ລົງ​ທຶນແຕ່​ເດືອນ 1 ຫາ​ເດືອນ 10 ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ປີ​ຜ່ານ​ມາ​ເພີ່ມ​ຂຶ້ນ 5,7%. ເບິ່ງ​ຈາກ​ດ້ານ​ລວມ​ແລ້ວ, ດັດ​ຊະ​ນີ​ດ້ານ​ການ​ຜະ​ລິດ​ແລະ​ຄວາມ​ຕ້ອງ​ການ, ການ​ປະ​ກອບ​ອາ​ຊີບ, ລາ​ຄາ​ສິນ​ຄ້າ, ລາຍ​ຈ່າຍ​ແລະ​ລາຍ​ຮັບ​ສາ​ກົນ​ເປັນ​ຕົ້ນ​ລ້ວນ​ແຕ່​ສາ​ມາດ​ຮັກ​ສາ​ຈັງ​ຫວະ​ການ​ເໜັງ​ຕີງ​ຢ່າງ​ໝັ້ນ​ທ່ຽງ.

ຄຳ​ເຫັນ

0