黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານຫຼີເຄີ້ສຽງເຂົ້າຮ່ວມກອງປະຊຸມຜູ້ນຳຂອງສັນຍາຄູ່ຮ່ວມເສດຖະກິດຮອບດ້ານຂອງພາກພຶ້ນ

2018-11-14 20:13:10 cri

ຕອນບ່າຍວັນທີ 14 ພະຈິກນີ້ຕາມເວລາທ້ອງຖີ່ນ, ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນໄດ້ ເຂົ້າຮ່ວມ ກອງປະຊຸມຜູ້ນຳຄັ້ງທີ 2 ຂອງ ສັນຍາຄູ່ຮ່ວມເສດຖະກິດຮອບດ້ານຂອງ ພາກພື້ນ (RCEP). ຜູ້ນຳ 10 ປະເທດອາຊຽນ ແລະຜູ້ນຳ ສ ເກົາຫຼີ, ຍີ່ປຸ່ນ, ອົສຕ​ຣາລີ, ນູແວນເຊລັງ ແລະອິນເດຍ ໄດ້ເຂົ້າຮ່ວມກອງປະຊຸມ.

ໃນກອງປະຊຸມ, ທ່ານຫຼີເຄີ້ສຽງກ່າວວ່າ, ປີກາຍນີ້ ພວກເຮົາໄດ້ໄຂກອງປະຊຸມຄັ້ງທຳອິດ ກ່ຽວກັບ RCEP ຢູ່ມະນີລາ, ໃນໜຶ່ງປີມານີ້ ພາຍໃຕ້ການຊີ້ນຳນຳພາຂອງອາຊຽນ ແລະການ ຊຸກຍູ້ຂອງສິງກະໂປທີ່ເປັນປະເທດປະທານໝູນວຽນ, ທຸກຝ່າຍໄດ້ເລັ່ງລັດເຮັດວຽກເຮັດໃຫ້ ການເຈລະຈາທີ່ກ່ຽວຂ້ອງ​ທີ່​ເຄີຍ​ບັນ​ລຸ​ພຽງ​ແຕ່ 50% ​ໄດ້ເພີ່ມຂຶ້ນເກືອບ 80% ໃນປີນີ້, ປັດ​ຈຸ​ບັນ​ນີ້​ພວມ​ຢູ່​ໃນ​ຂັ້ນ​ຕອນ​ສຳ​ຄັນຂອງການເຈລະຈາແລ້ວ, ພວກເຮົາຕ້ອງພະຍາຍາມຕໍ່ໄປ, ຮັກສາ ທ່າອຽງທີ່ດີ, ​ສູ້​ຊົນ​ໃຫ້​ສັນ​ຍາ​ດັ່ງ​ກ່າວ​ບັນ​ລຸ​ໄດ້​ໃນ​ປີ​ໜ້າ, ເພື່ອໃຫ້ການຄ້າ ການລົງທຶນມີ ເສລີແລະສະດວກກວ່າເກົ່າ.

ຜູ້ນຳທີ່ເຂົ້າ​ຮ່ວມຮ່ວມປະຊຸມ​ໄດ້ເປັນເອກະ​ພາບກັນເຫັນວ່າ, ທຸກຝ່າຍຄວນພະຍາຍາມຕື່ມ, ​ເພື່ອຊຸກຍູ້ເສດຖະກິດຫັນເປັນອັນໜຶ່ງອັນດຽວກັນ, ຊຸກຍູ້ການສ້າງລະບຽບ​ການສາກົນແລະ ການຄ້າເສລີທີ່ຖືກາກະຕິເປັນພື້ນຖານ. ສະນັ້ນການເຈລະຈາ RCEP ມີຄວາມໝາຍສຳຄັນ ທີ່ສຸດຕໍ່ວົງການຕ່າງໆໃຫ້​ມີຄວາມໝັ້ນໃຈຂຶ້ນ​ຕື່ມ, ແລະຊຸກຍູ້ເສດຖະກິດພາກພື້ນແລະ ເສດຖະ ກິດໂລກາພິວັດໃຫ້​ເຕີບ​ໂຕ. ຜູ້ນຳທີ່​ເຂົ້າຮ່ວມປະຊຸມ​ໄດ້ເປັນເອກະ​ພາບກັນເຫັນດີ​ສູ້​ຊົນ​ເຮັດ​ໃຫ້​ການ​ເຈ​ລະ​ຈາ RCEP ສຳເລັດຜົນໃນປີ 2019.

ຄຳ​ເຫັນ

0