黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິ​ງຂຽນ​ບົດ​ຄວາມລົງ​​ໃນໜັງສືພິມ​ປາ​ປົວ​ນິວກີ​ເນ

2018-11-14 17:05:19 CRI

ວັນ​ທີ 14 ພະຈິກ​ນີ້ ກ່ອນການເດີນທາງ​ຢ້ຽມຢາມ​ປາ​ປົວ​ນິວກີ​ເນທາງ​ລັດຖະກິດ, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ ​ໄດ້​ຂຽນ​ບົດ​ຄວາມ​ທີ່ພາດ​ຫົວ​ຂໍ້​ວ່າ “ອອກ​ເດີນທາງ​ຄັ້ງ​ໃໝ່​ເພື່ອ​ສະ​ແຫວ​ງຫາສາຍ​ພົວພັນ​ລະຫວ່າງ​ຈີນ​ກັບປະ​ເທດ​ໝູ່​ເກາະ​ປາຊີ​ຟິກ​" ພິມ​ລົງ​​ໃນໜັງສືພິມ “​ເດີ​ໂພສ​ເຄີຣີ​ເອີ” ​ແລະໜັງສືພິມ “​ເດີ​ເນ​ເຊິ​ນ​ໂນ” ຂອງ​ປາ​ປົວ​ນິວ​ກີ​ເນ ​ໂດຍ​ມີ​ເນື້ອ​ໃນ​ວ່າ: ​ເທື່ອ​ນີ້​ແມ່ນ​ຄັ້ງທຳ​ອິດ​ທີ່​ຂ້າພະ​ເຈົ້າ​ຢ້ຽມຢາມ​ປາ​ປົວ​ນິວກີ​ເນ ​ແລະ ກໍ​ແມ່ນ​ຄັ້ງທຳ​ອິດ​ທີ່​ປະທານ​ປະ​ເທດ​ຈີນ​ຢ້ຽມຢາມ​ປາ​ປົວ​ນິວກີ​ເນ​ທາງ​ລັດຖະກິດ. ການ​ໄປມາຫາສູ່​ກັນ​ບົນ​ຈິດ​ໃຈ​ມິດຕະພາບ​ລະຫວ່າງ​ຈີນ​ແລະ​ປາ​ປົວ​ນິວກີ​ເນ​ມີ​ປະຫວັດ​ມາ​ແຕ່​ດົນ​ນານ​ແລ້ວ ​ແລະ ນັບ​​ແຕ່​ສອງ​ປະ​ເທດ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ເມື່ອ​ປີ 1976 ​ເປັ​ນຕົ້ນມາ, ສອງ​ຝ່າຍ​ຕ່າງ​ກໍ​ຍຶດໝັ້ນ​ເຄົາລົບ​ເຊິ່ງກັນ​ແລະ​ກັນ, ສະ​ເໝີ​ພາບ​​ກັນ ​ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ​ໃນ​ຊຸມ​ປີຜ່ານມາ, ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ເຂົ້າສູ່​ໄລຍະ​ໃໝ່​ແຫ່ງ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ. ປາປົວ​ນິວກີ​ເນ​ແມ່ນ​ຄູ່​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ຈີນ​ໃນ​ພາກ​ພື້ນ​ປະ​ເທດ​ໝູ່​ເກາະ​ປາຊີ​ຟິກ ​ແລະ ຈີນ​ກໍ​ເປັນ​ແຫຼ່ງທຶນ​ຕ່າງປະ​ເທດ​ໃຫຍ່​ອັນ​ດັບ​ໜຶ່ງ​ແລະ​ຝ່າຍ​ຮັບ​ເໝົາ​ກໍ່ສ້າງ​ໂຄງການ​ໃຫຍ່​ອັນ​ດັບ​ໜຶ່ງຂອງ​ປາ​ປົວ​ນິວກີ​ເນ​ເຊັ່ນ​ກັນ. ຂ້າພະ​ເຈົ້າມີ​ຄວາມປາຖະໜາ​ວ່າ: ຜ່ານ​ການ​ຢ້ຽມຢາມ​ເທື່ອ​ນີ້, ຈະ​ໄດ້​ສຸມ​ທຸກ​ຄວາມ​ພະຍາຍາມ​ກັບ​ປາ​ປົວ​ນິວກີ​ເນ ​ເພື່ອ​ເສີມ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ​ເປີດ​ກວ້າງ​ການ​ຮ່ວມ​ມື​ທີ່​ແທ້​ຈິງ ​ແລະ ການ​ແລກປ່ຽນ​ທາງ​ວັດທະນະທຳ ​ເພື່ອ​ຊຸກຍູ້​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ກ້າວ​ຂຶ້ນສູ່​ລະດັບ​ໃໝ່.

​ໃນ​ການ​ປະຕິບັດ​ຕົວ​ຈິງ​ເພື່ອ​ຊຸກຍູ້​​ສາຍ​ພົວພັນ​ລະຫວ່າງຈີນ​ແລະ​ປະ​ເທດ​ໝູ່​ເກາະ​ຕ່າງໆ​ໃຫ້​ພັດທະນາ​ນັ້ນ, ສອງ​ຝ່າຍ​ຕ່າງ​ກໍ​ຍຶດໝັ້ນການ​ເຄົາລົບ​ເຊິ່ງກັນ​ແລະ​ກັນ, ຍຶດໝັ້ນລົງ​ເລິກ​ການ​ຮ່ວມ​ມື ​ແລະ ຍຶດໝັ້ນການ​ເຊື່ອມ​ສາຍ​ພົວພັນ​ທາງ​ຈິດ​ໃຈ​ຂອງ​ປະຊາຊົນ​ລະຫວ່າງ​ສອງ​ຝ່າຍ. ຂະນະ​ທີ່​ການ​ຢ້ຽມຢາມ​ປາ​ປົວ​ນິວກີ​ເນ​ຄັ້ງນີ້, ຂ້າພະ​ເຈົ້າຈະ​ເຊື້ອ​ເຊີນ​ຜູ້ນຳ​ຂອງ 8 ປະ​ເທດ​ໝູ່​ເກາະ​ປາຊີ​ຟິກມາ​ພົບ​ປະຫາລືກັນ​ອີກ​ຄັ້ງ​ໃໝ່​ຢູ່​ປາ​ປົວ​ນິວກີ​ເນ ​ເພື່ອອອກ​ເດີນທາງ​ຄັ້ງ​ໃໝ່​ສະ​ແຫວ​ງຫາສາຍ​ພົວພັນ​ລະຫວ່າງ​ຈີນ​ກັບບັນດາປະ​ເທດ​ໝູ່​ເກາະປາຊີ​ຟິກ.

ໜຶ່ງ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ຍຸ​ດທະ​ສາດ​ຈະ​ຕ້ອງ​ກ້າວ​ຂຶ້ນສູ່​ລະດັບ​ໃໝ່; ສອງ, ​ເພີ່ມ​ພະລັງ​ຊຸກ​ດັນ​ໃໝ່​ເຂົ້າ​ໃນການ​ພັດທະນາ​ຮ່ວມ​ກັນ ​ແລະ ສາມ, ຈະ​ຕ້ອງ​ຂຽນ​ໂສມ​ໜ້າ​ໃໝ່ບົນ​ຈິດ​ໃຈມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ຝ່າຍ. ຈີນ​ຍິນ​ດີ​ສຸມ​ທຸກ​ຄວາມ​ພະຍາຍາມ​ຮ່ວມ​ກັບ​ບັນດາ​ປະ​ເທດ​ໝູ່​ເກາະ​ປາຊີ​ຟິກ, ຜ່າ​ພາຍຸ​ລົມ​ແດງ​ທາງທະ​ເລ​, ກ້າວ​ໄປ​ສູ່​ອະນາຄົດ​ທີ່​ສາຍ​ພົວພັນ​ລະຫວ່າງ​ສອງ​ຝ່າຍສະຫວ່າງ​ສະ​ໄຫວ.

ຄຳ​ເຫັນ

0