黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຖະ​ແຫຼງກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ທ່ານ​ສີ​ຈິ້ນ​ຜິ​ງ​ໃນມໍ່ໆ​ນີ້

2018-11-14 17:03:32 CRI

ວັນ​ທີ 13 ພະຈິກ​ນີ້, ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ຈັດ​ພິທີ​ຖະ​ແຫຼງຂ່າວ​ກ່ຽວ​ກັບ​ທ່ານ​ປະທານ​ສີ​ຈິ້ນ​ຜິ​ງຈະ​ເຂົ້າຮ່ວມ​ກອງ​ປະຊຸມ​ບໍ່​ເປັນ​ທາງ​ການ​ຂອງອົງການ​ຮ່ວມ​ມື​ເສດຖະກິດ​ອາຊີ​ປາຊີ​ຟິກ ຫຼື ​ເອເປັກ, ຢ້ຽມຢາມ 3 ປະ​ເທດ​ອາຊີ​ປາຊີ​ຟິກ ຄື: ປາ​ປົວ​ນິວກີ​ເນ, ບຣູ​ໄນ, ຟິລິບ​ປິນ ​ແລະ ພົບ​ປະ​ກັບບັນດາ​ຜູ້ນຳ​ປະ​ເທດໝູ່​ເກາະ​ປາຊີ​ຟິກທີ່​ສ້າງຕັ້ງສາຍ​ພົວພັນທາງ​ການ​ທູດ​ກັບ​ຈີນ ຢູ່​ປາ​ປົວ​ນິວກີ​ເນ.

ທ່ານ​ເຈີ້​ງ​ເຈີກ່ວ​ງ​ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ກ່າວ​ວ່າ: ການ​ເຄື່ອນ​ໄຫວ​ຂອງ​ທ່ານ​ປະທານ​ສີ​ຈິ້ນ​ຜິ​ງ​ເທື່ອ​ນີ້​ມີ​ຄວາມ​ໝາຍ​ສຳຄັນຫຼາຍ ໜຶ່ງ, ຈະ​ລົງ​ເລິກ​ການ​ຮ່ວມ​ມື​ບົນ​ຈິດ​ໃຈ​ມິດຕະພາບລະຫວ່າງ​ຈີນ-ປາ​ປົວ​ນິວ​ກີ​ເນ; ສອງ, ຍົກ​ລະດັບ​ສາຍ​ພົວພັນ​ລະຫວ່າງ​ຈີນ​ແລະ​ປະ​ເທດໝູ່​ເກາະ​ປາຊີ​ຟິກ​ໃຫ້​ສູງ​ຂຶ້ນ ​ແລະ ສາມ, ຊຸກຍູ້​ຄວາມ​ສາມັກຄີ​ແລະການ​ຮ່ວມ​ມືລະຫວ່າງ​ປະ​ເທດ​ພວມ​ພັດທະນາ.

ຂະນະ​ທີ່ທ່ານ​ຂົງສວນ​​ໂຢ້ວ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ກ່າວ​ວ່າ: ການ​​ເດີນທາງ​ຢ້ຽມຢາມ​ປະ​ເທດ​ເກາະ​ປາຊີ​ຟິ​ກ​ເທື່ອ​ນີ້, ທ່ານ​ປະທານ​ສີ​ຈິ້ນຜິ​ງ ຈະ​ພົບ​ປະ​ກັບຊຸນ​ຕັນ ຮາ​ຈີ ຮັສ​ຊັນ​ນານ ​ໂບນ​ເກ​ຍ ມູອິສຊາ​ດິນ ວາດາ​ວລາ ປະມຸກ​ລັດບຣູ​ໄນ ​ເພື່ອ​ແລກປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ກໍ​ຄື​ບັນຫາ​ສາກົນ​ແລະ​ພາກ​ພື້ນ​ທີ່​ສອງ​ຝ່າຍ​​ໃຫ້​ຄວາມສົນ​ໃຈ​ຮ່ວມ​ກັນ ທັງ​ວາງ​ແຜນການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໃນ​ຂົງ​ເຂດ​ຕ່າງໆ​ລະຫວ່າງ​ສອງ​ປະ​ເທດ​ຢ່າງຮອບດ້ານ; ​ໃນ​ໄລຍະ​ຢ້ຽມຢາມ​ຟິລິບ​ປິນ, ຜູ້ນຳ​ສອງ​ປະ​ເທດ​ຈະ​ວາງ​​ຍຸດ​ທະ​ສາດ​ໃໝ່ດ້ານການ​ພັດທະນາສາຍ​ພົວພັນລະຫວ່າງ​ຈີນ-ຟິລິບ​ປິນ, ຍົກ​ລະດັບ​ການ​ຮ່ວມ​ມື​ທີ່​ແທ້​ຈິງ​ໃນ​ຂົງ​ເຂດ​ຕ່າງໆ​ຢ່າງຮອບດ້ານ ​ແລະ ​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນຫາ​ສາກົນ​ແລະ​ພາກ​ພື້ນ​ທີ່​ສອງ​ຝ່າຍ​​ໃຫ້​ຄວາມສົນ​ໃຈ​ຮ່ວມ​ກັນ.

ທ່ານຫຼີ​ເສີງ​ກ່າງ ຜູ້​ຊ່ວຍ​ລັດຖະມົນຕີ​ກະຊວງ​ການ​ຄ້າ​ຈີນ ກ່າວ​ວ່າ: ​ໃນ​ກອງ​ປະຊຸມ​​ເອ​ເປັກຄັ້ງນີ້, ຈີນ​ຈະ​ສະ​ແດງຫຼັກໝັ້ນຂອງ​ຕົນ​ທີ່​ສະໜັບສະໜູນ​ການ​ສ້າງ​ວິ​ໄສ​ທັດການ​ຮ່ວມ​ມືຫຼັງປີ 2020 ​ແລະ ຊຸກຍູ້​​ເສລີພາບ​ແລະການ​ສ້າງຄວາມ​ສະດວກດ້ານ​ການ​ຄ້າ​ການ​ລົງທຶນ​ໃນ​ພາກ​ພື້ນ​ຢ່າງ​ຕໍ່​ເນື່ອງ. ນອກ​ນີ້, ຈີນ​ຍັງ​ຈະ​ຊຸກຍູ້​ໃຫ້​ກອງ​ປະຊຸມ​ສົ່ງ​ສັນຍານ​ທີ່​ຕັ້ງໜ້າສະໜັບສະໜູນ​ລະບົບ​ການ​ຄ້າຫຼາຍຝ່າຍ​​ອີກດ້ວຍ.

ຄຳ​ເຫັນ

0