黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາຍົກຈີນພົບປະນາຍົກນູແວນເຊລັງ

2018-11-14 20:40:29 cri

图片默认标题_fororder_CqgRLlvsTP-AEoFXAAAAAAAAAAA339.900x738

ຕອນບ່າຍວັນທີ 14 ພະຈິກນີ້ ເວລາທ້ອງຖີ່ນ, ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີຈີນໄດ້ພົບປະທ່ານອາເດ ແອນ ນາຍົກລັດຖະມົນຕີນູແວນເຊລັງຢູ່ທີ່ສິງກະໂປ.

ທ່ານຫຼີເຄີ້ສຽງ ກ່າວວ່າ, ການພົວພັນຈີນ-ນູແວນເຊລັງໄດ້ຂະຫຍາຍຕົວຢ່າງໜັກແໜ້ນ, ການພົວພັນແລະການຮ່ວມມືລະຫວ່າງສອງປະເທດໄດ້ຢູ່ແຖວໜ້າເປັນເວລາດົນນານໃນການພົວພັນແລະການຮ່ວມມືລະຫວ່າງຈີນກັບບັນດາປະເທດຕາເວັນຕົກຕ່າງໆ. ຈີນຍິນດີຮ່ວມກັບນູແວນເຊລັງ ຍຶດຖືຫຼັກການເຄົາລົບເຊິ່ງກັນແລະກັນ, ແລະປະຕິບັດຕໍ່ກັນຢ່າງສະເໝີພາບກັນ, ເພີ່ມທະວີຄວາມໄວ້ເນື້ອ ເຊື່ອໃຈກັນ, ລົງເລິກການຮ່ວມມື, ເພີ່ມທະວີການແລກປ່ຽນ, ສ້າງຄວາມສຸກໃຫ້ແກ່ປະຊາຊົນສອງປະເທດ, ແລະສົ່ງຜົນປະໂຫຍດໄປໃຫ້ການພັດທະນາຂອງພາກພື້ນ.

 

ຄຳ​ເຫັນ

0