黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ແລະ​ຜູ້​ນຳ​ພັກ​ແລະ​ລັດ​ຊົມ​ “ງານ​ວາງ​ສະ​ແດງ​​ສະ​ເຫຼີມ​ສະ​ຫຼອງ​ການ​ປະ​ຕິ​ຮູບ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ​ຄົບ​ຮອບ 40 ປີ--ການ​ປ່ຽນ​ແປງ​ອັນ​ຍິ່ງ​ໃຫຍ່”

2018-11-14 10:59:47 cri

图片默认标题_fororder_92f88aac19be436ba93868ec50fb9632

ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ​ການ​ປະ​ຕິ​ຮູບ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ​ຄົບ​ຮອບ 40 ປີ, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິນດ​ຈີນ, ປະ​ທານ​ປະ​ເທດ​ຈີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ເດີນ​ທາງໄປ​ຫໍ​ພິ​ພິດ​ທະ​ພັນ​ແຫ່​ງ​ຊາດ​ຈີນ​ໃນ​ວັນ​ທີ 13 ພະ​ຈິກ​ນີ້, ເພື່ອ​ຊົມ “ງານ​ວາງ​ສະ​ແດງ​​ສະ​ເຫຼີມ​ສະ​ຫຼອງ​ການ​ປະ​ຕິ​ຮູບ​ແລະ​ເປີດ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ​ຄົບ​ຮອບ 40 ປີ--ການ​ປ່ຽນ​ແປງ​ອັນ​ຍິ່ງ​ໃຫຍ່”.

ທ່ານ​ສີ​ຈິ້ນ​ຜິງ ກ່າວ​ເນັ້ນ​ວ່າ, ເລີ່ມ​ແຕ່​ຈີນ​​ປ​ະ​ຕິ​ບັດການ​ປະ​ຕິ​ຮູບ​ເປີດ​ປະ​ຕູ​ສູ່​ພາຍນອກ​ຄົບ​ຮອບ 40 ປີ​ມາ​ນີ້, ພາຍ​ໃຕ້​ການ​ນຳ​ພາ​ຢ່າງ​ເຂັ້ມ​ແຂງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ເທດ​ຈີນ​ໄດ້ມີ​ການ​ປ່ຽນ​ແປງ​ອັນ​ຍິ່ງ​ໃຫຍ່. ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ໄດ້​ວາງ​ແຜນ​ການ​ພັດ​ທະ​ນາ​ອັນ​ກວ້າງ​ໃຫຍ່​ໄພ​ສານ​ຂອງ​ຈີນ, ພວກ​ເຮົາຍຶດ​ໝັ້ນ​​ໃນແນວ​ຄິດ​​ສັ​ງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນໃນ​ຍຸກ​ໃໝ່ເປັນ​ທິດ​ຊີ້​ນຳ, ປະ​ຕິ​ບັດ​ການ​ຕົກ​ລົງ​ນະ​ໂຍ​ບາຍ​ແລະ​ການ​ວາງ​ແຜນ​ການ​ຂອງ​ສູນ​ກາງ​ພັກ​ຢ່າງ​ຮອບ​ດ້ານ, ລົງ​ເລິ​ກ​ການ​ປະ​ຕິ​ຮູບ​ຢ່າງ​ເດັດ​ດ່ຽວ​ບໍ່​ມີ​ການ​ປ່ຽນ​ແປງ, ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ, ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ຂອງ​ຈີນ​ຈະ​ຕ້ອນ​ຮັບ​ອະ​ນາ​ຄົດ​ທີ່​ດີ​ງາມກວ່າ​ເກົ່າ​ຢ່າງ​ແນ່ນອນ.

ຄຳ​ເຫັນ

0